ວັນ​ທີ 18 ກໍ​ລະ​ກົດ, ທ່ານ Joseph Aoun, ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ຄາດ​ວ່າ​ຈະ​ພົບ​ປະ​ຂັ້ນ​ສຸດຍອດ​ກັບ​ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ວັນ​ທີ 21 ກໍ​ລະ​ກົດ, ທີ່ນ​ະ​ຄອນ​ຫຼວງ ວໍ​ຊິງ​ຕັນ. ນີ້​ຈະ​ແມ່ນ​ການ​ພົບ​ປະ​ຂັ້ນ​ສຸດຍອດ ອາ​ເມ​ລິ​ກາ - ລີ​ບັງ ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2009, ເຊິ່ງ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ທີ່ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ມາດ​ຕະ​ການ​ສິ້ນ​ສຸດ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຄືນ​ໃໝ່.

ຄາດ​ວ່າ, ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​​ລະ​ຫວ່າງ​ການ​ນຳຂັ້ນ​ສູງ 2 ປະ​ເທດຈະ​ປີ່ນອ​້ອມ​ບັນ​ດາ​ບັນ​ຫາ​, ຄື: ການ​ພົວ​ພັນ 2 ຝ່າຍ ອາ​ເມ​ລິ​ກາ - ລີ​ບັງ, ບັນ​ດາ​ການ​ຜັນ​ແປ​ດ້ານ​ຄວາມ​ໝັ້​ນ​ຄົງ ແລະ ເສດ​ຖະ​ກິດ​ຢູ່ ລີ​ບັງ; ພິ​ເສດ, ການ​ພົບ​ປະ​ສົນ​ທະ​ນາ​ຈະ​ສຸມ​ໃສ່​ວິ​ວັດ​ການ​ເຈ​ລະ​ຈາ ອິດ​ສະ​ຣາ​ແອັນ - ລີ​ບັງ, ກໍ່​ມີ​ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ລີ​ບັງ ໂດຍ ອາ​ເມ​ລິ​ກາ ອຸ​ປະ​ຖຳ.