ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ດຶງດູດຂະແໜງອຸດສາຫະກຳລົດໄຟຟ້າ ຍ້ອນສະພາບແວດລ້ອມແຫ່ງການລົງທຶນມີສະຖຽນລະພາບ, ນະໂຍບາຍອຸດສາຫະກຳສະເໝີຕົ້ນສະເໝີປາຍ, ແຫຼ່ງກຳລັງມີຄຸນນະພາບ ແລະ ລະບົບຊີວະພາບການຜະລິດໄດ້ພັດທະນາຢ່າງຄົບຊຸດ. ນີ້ແມ່ນການຕີລາຄາຂອງທ່ານນາງ Victoria Fanggidae, ຫົວໜ້າຝ່າຍບໍລິຫານງານສູນຄົ້ນຄວ້ານະໂຍບາຍ The PRAKARSA, ແລະ ທ່ານ Victoria Fanggidae, ຜູ້ປະສານງານໂຄງການ Yuanda Pangi Harahap, ຍົກອອກມາໃນບົດວິຈານທີ່ເອົາລົງໃຈໜັງສືພິມ The Jakarta Post ຂອງ ອິນໂດເນເຊຍ ຫວ່າງມໍ່ໆມານີ້.
ບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ພວມສະແດງໃຫ້ເຫັນວິທີສຳພັດຢ່າງຮອບດ້ານກວ່າໃນການພັດທະນາຂະແໜງລົດໄຟຟ້າ ຜ່ານການຮັກສາບັນດານະໂຍບາຍບຸລິມະສິດໄລຍະຍາວ, ການລົງທຶນພື້ນຖານໂຄງລ່າງອຸດສາຫະກຳ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງລະບົບຊີວະພາບຜະລິດເຕັກໂນໂລຊີສູງເທື່ອລະກ້າວ. ຍ້ອນມີຄວາມສະຖຽນລະພາບ ແລະ ຄວາມສາມາດຄາດຄະເນຂອງນະໂຍບາຍ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ວິສາຫະກິດ ເມື່ອຍົກອອກຂໍ້ຕົກລົງລົງທຶນໃນໄລຍະຍາວ.




