ອີ​ຣານ ໄດ້ “​ຢຸດ​ຕິ​ທຸກ​ຄຳ​ໝັ້ນ​ສັນ​ຍາ ແລະ ໃນ​ຕົວ​ຈິງບໍ່ໄດ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ” ຕາມ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ​ທີ່​ບັນ​ລ​ຸ​ໄດ້​ກັບ ອາ​ເມ​ລິ​ກາ ກ່ອນນີ້ 1 ເດືອນ. ນີ້​ແມ່ນ​ຄຳ​ຖ​ະ​ແຫຼງ​ຂອງ​ທ່ານ Kazem Gharibabadi, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃນ​ຊ່ອງ​ໂທ​ລະ​​ພາບ​ແຫ່ງ​ຊາດ ອີ​ຣານ ໃນ​ວັນ​ທີ 18 ກໍ​ລະ​ກົດ.

ຝ່າຍ ອີ​ຣານ ຖື​ວ່າ ອາ​ເມ​ລິ​ກາ ມີ​ບັນ​ດາ​ການ​ກະ​ທຳ “ເກາະ​ຜິດ”, ລະ​ເມີດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Kazem Gharibabadi ແລ້ວ, ປະ​ຈຸ​ບັນ, ວິ​ວັດ​ການ​ເຈ​ລະ​ຈາ​ທາງ​ອ້ອມ​ລະ​ຫວ່າງ ອີ​ຣານ ແລະ ອາ​ເມ​ລິ​ກາ, ໂດຍ ກາ​ຕາ ແລະ ປາ​ກິດ​ສະ​ຖານ ເປັນ​ກາງ​ໄກ​ເກ່ຍ ​ເກືອບ​ຄື​ວ່າ​ຕົກ​ເຂົ້າ​ສູ່​ສ​ະ​ພາບບໍ່​ມີ​ທາງ​ອອກ. ທ່ານ​ຢຶນ​ຢັນ​ວ່າ ບຸ​ລິ​ມະ​ສິດ​ຂອງ ເຕ​ເຮ​ຣານ ໃນ​ປ​ະ​ຈຸ​ບັນ​ແມ່ນ​ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ ແລະ ຈະ​ເດັດ​ດຽວ​ໂຕ​ະ​ຕອບ​ທຸກ​ການ​ກະ​ທຳ​ເຊິ່ງ ອີ​ຣານ ຖື​ວ່າ​ແມ່ນ​ເກາະ​ຜິດ​ຈາກ​ຝ່າຍ ອາ​ເມ​ລິ​ກາ.

ໃນ​ຕົວ​ຈິງ, ວັນ​ທີ 18 ກໍ​ລະ​ກົດ, ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຫຼາຍ​ຄັ້ງ​ໃນ​ຄ່ຳ​ຄືນ​ບຸກ​ໂຈ​ມ​ຕີ​ຢ່າງ​ລ້ຽນ​ຕິດ​ເປັນ​ມື້​ທີ 8. ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດໃໝ່​ເພື່ອເຮັດ​ໃຫ້ຄວາມ​ສາ​ມາດ​ຂອງ ອີ​ຣານ ​ຖືກ​ຫລຸດ​ລົງ, ໃນ​ການ​ນາບ​ຂູ່​ກຳ​ປັ່ນ​ການ​ຄ້າ​ໄປ​ຜ່ານ​ຊ່ອງ​ແຄບ Hormuz. ພ້ອມ​ກັນ​ນັ້ນ ແມ່ນ​ໂຕ​ະ​ຕອບ​ການ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ ກຳລັງພິທັກຮັກສາປະຕິວັດ ອິດສະລາມ ອີຣານ (IRGC) ໃນ​ວັນ​ທີ 18 ກໍ​ລະ​ກົດ.