ທິມ​ບາ​ນ​ເຕະ ອັງ​ກິດ ໄດ້​ອັດ​ການ​​ແຂ່​ງ​ຂັນ​ທີ່ World Cup 2026 ດ້ວຍ​ໄຊ​ຊະ​ນະຕໍ່​ທິມ​ບານ​ເຕະ ຝ​ລັ່ງ ດ້ວຍ 6 ປະ​ຕູ​ຕໍ່ 4 ​ໃນ​ນັດ​ແຂ່ງ​ຂັນ​ຍາດ​ອັນ​ດັບ​ທີ 3 ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ສະ​ໜາມ​ກິ​ລາ Hard Rock, Miami, ອາ​ເມ​ລິ​ກາ. ການ​ແຂ່ງ​ຂັນ​ລະ​ຫວ່າງ 2 ທິມ​ບານ​ເຕະ ເອີ​ລົບ ໄດ້​ເຫັນ​ປະ​ຈັກ​ຕາ​ການ​ຍິງ​ເຂົ້າ 10 ປະ​ຕູ, ນຳ​ມາ​ເຊິ່ງ​ນັດ​ແ​ຂ່ງ​ຂັນ​ດຶງ​ດູດ​ໃນ​ງານ​ແຂ່​ງ​ຂັນ.

ໃນ​ເຄິ່ງ​ທຳ​ອິດ 1, ອັງ​ກິດ ໄດ້​ເອົາ​ຊະ​ນະ​ຕໍ່​ທິມ​ບານ​ເຕະ ຝ​ລັ່ງ ດ້ວຍ 4 ປະ​ຕູ​ຕໍ່ 0, ໃນ​​ເຄິ່ງ​ທີ 2, ທິມ​ບານ​ເຕະ ຝ​ລັ່ງ ໄດ້​ຍິງ​ເຂົ້າ​ 3 ປະ​ຕູ​. ແຕ່ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ສິ້ນ​ສຸດ​ການ​ແຂ່ງ​ຂັນ 90 ນາ​ທີ, ໄຊ​ຊະ​ນະ​ສຸ​ດ​ທ້າຍ​ແມ່ນ​ຂຶ້​ນ​ກັບ​ທິມ​ບານ​ເຕະ ອັງ​ກິດ​ ດ້ວຍ 6 ປະ​ຕູ​ຕໍ່ 4. ໄຊ​ຊະ​ນະ​ນີ້​ໄດ້​ຊ່ວຍ ອັງ​ກິດ ​ຍາດ​ໄດ້​ອັນ​ດັບ​ທີ 3 ທີ່ World Cup 2026.

ໃນ​ຂະ​ນະ​ນັ້ນ, ດ້ວຍການ​ຍິງ​ເຂົ້າ 3 ​ປະ​ຕູຢ່າງ​ລຽນ​ຕິດ, ນັກກິ​ລາ​ Mbappe ຂອງ ຝ​ລັ່ງ ເປັນ​ຜູ້​ຍິງ​ເຂົ້າ​ປະ​ຕູຫຼາຍ​ກ່​ວາ​ໝູ່​ທີ່ World Cup 2026 ດ້ວຍ​ທັງ​ໝົດ 10 ປະ​ຕູ.