ວັນ​ທີ 14 ກັນ​ຍາ, ທ່ານນາງ ຫງວຽນ​ທິ​ຮ່​ວາງ​ເວິນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດ​ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ ເຂົ້າ​ຮ່ວມ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການຫ້າມລະເບີດລູກຫວ່ານ ຄັ້ງທີ 3 (CCM3), ທີ່​ໄດ້​ດຳ​ເນີນ​ຢູ່ ວຽງ​ຈັນ, ລາວ (14 – 18 ກັນ​ຍາ)ໃນ​ຖາ​ນະ​ເປັນ​ນັກ​ສັງ​ເກດ​ການ​​. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸ​ມ​ຂັ້ນ​ສູງ, ທ່ານນາງ​ ຫງວຽ​ນ​ທິ​ຮ​ວ່າງ​ເວິນ ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທ​ດ ຫວຽດ​ນາມ ​ເນັ້ນ​ໜັກ​ວ່າ ໂດຍ​ແມ່ນ​ປະ​ເທດ​ທີ່ໄດ້​ຜ່າ​ນ​ສົງ​ຄາມ, ຫວຽດ​ນາມ ມີ​ຄວາມ​ເຂົ້າ​ໃຈ ແລະ ແບ່ງ​ປັນ​ຄວາມ​ເຈັບ​ປວດ​, ຄວາມ​ເສ​ຍ​ຫາຍ ຢ່າງ​ເລິກ​ເຊິ່ງ ເຊິ່​ງ​ບັນ​ດາ​ປະ​ເທດ​ພວມ​ຕ້ອງ​ແບບ​ຫາບ​ຍ້ອນ​ຜົນ​ຕາມ​ມາ​ຈາກ​ລູກ​ລະ​ເບີດ​ກໍ່​ຂຶ້ນ. ຄວາມ​ສ່ຽງ​ຈາກ​ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ ປັ​ດ​ຈຸ​ບັນ​ຍັງ​ແມ່​ນ​ຮົ້ວ​ກີດ​ຂວາງ​ໃຫຍ່​ຕໍ່​ວິ​ວັດ​ທະ​ນາການ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ບໍ່​ພຽ​ງ​ແຕ່​ຢູ່ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຈິດ​ໃຈ ແລະ ເປົ້າ​ໝາຍ​ມະ​ນຸດ​ສະ​ທຳ​ຂອງ​ບັນ​ດາ​ສົ​ນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັ​ບ​ລະ​ເບີດ​ລູກ​ຫວ່ານ, ແລະ​ໝາກ​ມິ່ນທຳ​ລາຍ​ບຸກ​ຄົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພ້ອມ​ທັງ ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ການ​ນຳ​ໃຊ້​ອາ​ວຸດ​ປະ​ເພດ​ນີ້​ແບບ​ຊະ​ຊາຍ ເພື່ອ​ແນ​ໃສ່​ປົກ​ປ້ອງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.