ວັນທີ 06 ຕຸລາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່ ນິວຢອກ (ອາ​ເມ​ລິ​ກາ) ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ປະ​ຈຳ​ປີຂອງຄະນະກຳມະການກ່ຽວ​ກັບ​ບັນ​ດາບັນຫາສັງ​ຄົມ, ​ມະ​ນຸດ​ສະທຳ ແລະ ວັດທະນະທຳ (ຄະນະກຳມະການ 3) ຂອງກອງປະຊຸມສະ​ມັດ​ຊາ​ໃຫຍ່ສະຫະປະຊາຊາດ ຄັ້ງທີ 81.

ໂດຍ​ຕາງ​ໜ້າ​ໃຫ້​ບັນ​ດາ​ປະ​ເທດ ອາຊຽນ, ກ່າວ​ຄຳ​ເຫັນໃນຫົວຂໍ້​ກ່ຽວ​ກັບການ​ພັດ​ທະ​ນາສັງຄົມ, ທ່ານເອກອັກຄະລັດຖະທູດ ໂດ້​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຖາວອນ ຫວຽນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ໄດ້ເນັ້ນໜັກວ່າ ໃນປີທຳອິດທີ່ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດວິໄສທັດ ອາຊຽນ 2045, ອາຊຽນ ພວມ​ຊຸກ​ຍູ້ວິທີ​ເຂົ້າ​ເຖິງ​ຢ່າງຮອບດ້ານ ແລະ ​ຕິດ​ພັນ​ກວ່າ​ສຳ​ລັບ​ການ​ພັດ​ທະ​ນາ​ສັງ​ຄົມ, ​ຖືເປັນສຳຄັນການ​ປັບ​ປຸງການຮັບປະກັນຊີວິດສັງຄົມ, ຮັດ​ແຄບຊ່ອງຫວ່າງດີຈີຕອນ... ພ້ອມ​ກັນ​ນັ້ນ, ທ່ານກໍ່ຢືນຢັນ​ວ່າ ອາຊຽນ ສືບ​ຕໍ່​ສົມ​ທົບ​ກັບສະຫະປະຊາຊາດຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດແຜນ​ການ​ກະ​ທຳ ອາຊຽນ -ສະຫະ​ປະ​ຊາ​ຊາດ ໄລ​ຍະ 2026-2030, ປະກອບສ່ວນນຳ​ບັນ​ດາຄຳໝັ້ນສັນຍາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສັງ​ຄົມໃຫ້​ກາຍ​ເປັນ​ບັນ​ດາ​ໝາກ​ຜົນ​ລະ​ອຽດ, ຍືນຍົງ, ນຳມາເຊິ່ງການຫັນປ່ຽນ​ຢ່າງ​ແທດ​ຈິງໃນຊີວິດການ​ເປັນ​ຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງ​ສູງ.

ໃນວັນດຽວກັນ, ເມື່​ອ​ກ່າວ​ຄຳ​ເຫັນ​ດ້ວຍ​ຖາ​ນະ​​ປະ​ເທດ, ທ່ານເອກອັກຄະລັດ​ຖະທູດ ​ໂດ້​ຮຸ່ງ​ຫວຽດ ໄດ້ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ​ຖືປະຊາຊົນ​ເປັນໃຈກາງ​ຂອງການພັດທະນາ, ​ຕິດ​ພ​ັນ​ລະ​ຫວ່າງ​ການພັດທະນາ​ເສດ​ຖະ​ກິດ​ກັບ​ການຮັບປະກັນ​ຊີ​ວິດ​ສັງ​ຄົມ ແລະ ການຍົກ​ສູງຄຸນນະ​ພາບ​ບັນ​ດາການບໍລິການສັງຄົມ.