ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນ​ເດຍ, ຕອນ​ເຊົ້າ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ໄປ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ Mumbai (ລັດ Maharashtra). ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໄປ​ຢ້ຽມ​ຢາມສູນຕະ​ຫຼາດຫຼັກ​ຊັບແຫ່ງ​ຊາດ ອິນ​ເດຍ.

ພາຍ​ຫຼັງ​ໄປ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ຮູບ​ແບບ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ພະ​ແນກ​ຕະ​ຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິ​ມ ໄດ້​ປະ​ຕິ​ບັດ​ພິ​ທີສັ່ນກະ​ດິງ​ເປີດ​ຕະ​ຫຼາດ.

ກ່ອນ​ໜ້ານັ້ນ, ເມື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ເຄື່ອນ​ໄຫວ, ທ່ານ Srinivas Injeti, ປະ​ທານ​​ຕະ​ຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ ອິນ​ເດຍ ໃຫ້​ຮູ້​ວ່າ ປະ​ຈຸ​ບັນ ຕະ​ຫຼາດ​​ຫຼັກ​ຊັບ​ແຫ່ງ​ຊາດ ແມ່ນ​ຕະ​ຫຼາດອະ​ນຸ​ພັນ (Derivative) ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຄິດ​ໄລ່​ຕາມ​ຈຳ​ນວນ, ດ້ວຍຍອດ​ທຶນ​ຕະ​ຫຼາດ​ປະ​ມານ 5.000 ຕື້ USD ແລະ ມ​ີ​ນັກ​ລົງ​ທຶນກວ່າ 130 ລ້ານ​ຄົນ.