ຫວ່າງມໍ່ໆມານີ້, ທ່ານ Sultan bin Saeed Al Mansouri ລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ UAE ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ໃນຂະນະທີ່ ຫວຽດນາມ ຢືນອັນດັບທີໜຶ່ງໃນຈໍານວນບັນດາຄູ່ຮ່ວມມືການຄ້າຂອງ UAE ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມທ່ານລັດຖະມົນຕີກະຊວງເສດຖະກິດ Mansouri ແລ້ວ, UAE ແລະ ຫວຽດນາມ ອາດຈະບັນລຸໄດ້ບັນດາເປົ້າໝາຍພັດທະນາວັດທະນາຖາວອນໃນການພົວພັນດ້ານເສດຖະກິດ ແລະ ສ້າງຕັ້ງຮູບແບບທົ່ວໂລກ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດປະສົບຜົນສໍາເລັດ. ທ່ານ Mansouri ຊີ້ໃຫ້ເຫັນວ່່າ ບັນດາຂໍ້ມູນດ້ານການຄ້າ ແລະ ການລົງທຶນໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນບັນດາຜົນງານເຊິ່ງສອງປະເທດບັນລຸໄດ້. ນີ້ແມ່ນກໍາລັງໜູນຊຸກຍູ້ ແລະ ເປີດກວ້າງຂອບເຂດການຮ່ວມມືລະຫວ່າງ UAE ແລະ ຫວຽດນາມ ໃນທຸກຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ດີກວ່າອີກ.

ທ່ານລັດຖະມົນຕີກະຊວງເສດຖະກິດ UAE ຖືວ່າ ບັນດາບໍລິສັດຫວຽດນາມ ອາດຈະລົງທຶນເຂົ້າ UAE ເພື່ອຊົມໃຊ້ຜົນປະໂຫຍດຈາກສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດາພື້ນຖານໂຄງລ່າງທີ່ກ້າວໜ້າ ຈາກນັ້ນ ເພື່ອແມ່ນຈຸດສົ່ງອອກທີ່ດີໄປຍັງຕາເວັນອອກກາງ, ອາຟະລິກາ ແລະ ເອີຣົບ.