ຢູ່ເຂດຕົວເມືອງໃໝ່ ຖູທຽມ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງ 03 ໂຄງການ, ລວມມີ: ສະໜາມຫຼວງໃຈກາງນະຄອນ, ສູນການບໍລິຫານນະຄອນ ພ້ອມດ້ວຍເສັ້ນທາງ Metro ເລກ 2 (ຕອນແຕ່ ເບັນແທັ່ງ - ຖູທຽມ).
ກໍໃນຕອນເຊົ້າວັນທີ 29 ເມສາ, ຢູ່ທ່າເຮືອ ຍ່າຣົ່ງ, ກຸ່ມບໍລິສັດ Sun Group ກໍໄດ້ເລີ່ມລົງມືໂຄງການບູລະນະ, ສ້ອມແປງຫໍພິພິທະພັນ ໂຮ່ຈີມິນ - ສາຂາ ໂຮ່ຈີມິນ. ບໍລິສັດຫຸ້ນສ່ວນ ຕົວເມືອງ ມະຫາວິທະຍາໄລສາກົນ Berjaya ຫວຽດນາມ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການເຂດຕົວເມືອງມະຫາວິທະຍາໄລສາກົນ ຢູ່ຕາແສງ ຊວັນເຖີຍເຊີນ, ນະຄອນ ໂຮ່ຈີມິນ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຊີ້ແຈ້ງວ່າ:
“ບັນດາໂຄງການໂດຍໄດ້ຮັບການເລີ່ມລົງມືກໍ່ສ້າງ ແລະ ຜັນຂະຫຍາຍໃນມື້ນີ້ຈະປະກອບສ່ວນກຳນົດມະຫາຕົວເມືອງທີ່ມີຂອບຂະໜາດສາກົນ ແລະ ພາກພື້ນ; ຈະສ້າງພື້ນທີ່ບໍລິຫານທີ່ທັນສະໄໝ, ຈະແຈ້ງ, ຮັບໃຊ້ປະຊາຊົນໄດ້ເປັນຢ່າງດີກວ່າ; ເປີດລະບົບພື້ນຖານໂຄງລ່າງຄົມມະນາຄົມສາທາລະນະທີ່ມີລັກສະນະເຊື່ອມຕໍ່ ແລະ ນຳພາ. ພ້ອມດຽວກັນນັ້ນ, ກໍສ້າງຕັ້ງວັດທະນະທຳທີ່ມີການປະສານສົມທົບຢ່າງກົມກຽວມີລະບົບ, ລະຫວ່າງການພັດທະນາທີ່ທັນສະໄໝ ແລະ ຮັກສາບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງນະຄອນ”.








