ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການເງິນ ຮັບປະກັນບົດບາດເປັນເຈົ້າການຂອງງົບປະມານສູນກາງ ແລະ ລັກສະນະເປັນກາງຂອງນະໂຍບາຍພາສີ; ຄົ້ນຄວ້າປັບປຸງຂໍ້ກຳນົດກ່ຽວກັບບັນດາປະເພດພາສີອາກອນໃຫ້ສົມບູນແບບ, ປະຕິບັດບັນດານະໂຍບາຍກ່ຽວກັບການຍົກເວັ້ນ, ຫຼຸດອັດຕາພາສີ, ຄ່າທຳນຽມ, ຄ່າໃຊ້ຈ່າຍຕ່າງໆລົງ ເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນຢ່າງມີປະສິດທິຜົນ. ເພີ່ມທະວີລະບຽບວິໄນ, ຍູ້ແຮງການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ, ຈັດແບ່ງທຶນແບບລວມສູນ, ມີຈຸດສຸມ, ເດັດດ່ຽວຕ້ານປະກົດການກະແຈກກະຈາຍ, ມະຍິກມະຍ່ອຍ.
ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ມີມາດຕະການເຂັ້ມແຂງຢ່າງພຽງພໍເພື່ອພັດທະນາຕະຫຼາດຫຼັກຊັບໃຫ້ກາຍເປັນຊ່ອງລະດົມທຶນໄລຍະກາງ ແລະ ໄລຍະຍາວສຳຄັນຂອງພື້ນຖານເສດຖະກິດຢ່າງແທ້ຈິງ.
ຕອນບ່າຍວັນທີ 29 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກ່ຽວກັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ຂໍ້ສະຫຼຸບເລກທີ 18 ຂອງກອງປະຊຸມສູນກາງ ຄັ້ງທີ 2 ກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນແຫ່ງຊາດ ໄລຍະ 2026 – 2030 ຕິດພັນກັບການປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທາງກະຊວງ ເປັນເຈົ້າການຊີ້ນຳການຜະລິດກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ສ້າງບັນດາແຜນການເຕີບໂຕ, ມາດຕະການຮັບມືຂອງຂະແໜງໃຫ້ສົມບູນແບບ ໃນສະພາບການໂລກທີ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນໄດ້.







