ວັນ​ທີ 27 ເມ​ສາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ດຳ​ເນີນກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ການ​ປ້ອງ​ກັນບັນ​ດາ​ເສັ້ນ​ທາງ​​ນ້ຳ​ໃນ​ຂົງ​ເຂດການເດີນ​ເຮືອ”. ວາ​ລະ​ປຶກ​ສາ​ຫາ​ລື​ໄດ້​ດຳ​ເນີນ​ໃນ​ສະ​ພາບ​​ການ​ປະ​ທະ​ກັນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ພາ​ໄປ​ເຖິງ​ການ​ປິດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ Hormuz, ຍູ້​ໂລກ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮື​ອຄັ້ງ​ໃຫຍ່​ທີ່​ສຸດ​ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ.

ຈຸດ​ໃຈ​ກາງ Hormuz

ວາ​ລ​ະ​ປຶກ​ສາ​ຫາ​ລື​ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂດຍທ່ານ Abdullatif bin Rashid Al Zayani ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Bahrain, ເຊິ່ງ​ເປັນ​ປະເທດ​ພວມ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ໝູນ​ວຽນ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເປັນ​ປະ​ທານ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Antonio Guterres, ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ທ່ານ Arsenio Dominguez ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ເດີນ​ທະ​ເລສາ​ກົນ (IMO), ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ແລະ ນັກ​ຊ່ຽວ​ຊານ​ຈຳ​ນວນ​ໜຶ່ງ. ໃນ​ບົດ​ກ່າວ​ຄຳ​ເຫັນ​ຢູ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ກ່າວ​ເຕືອນເຖິງ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ທົ່ວ​ໂລກ ​ພວມ​ກາຍ​ເປັນ​ສິ່ງ​ທົດ​ສອບ​ຕໍ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ ເມື່ອໂຈນສະຫຼັດ, ການກໍ່​ການ​ຮ້າຍ, ການ​ແກ້ງ​ແຍ້ງ​ດ້ານ​ພູມ​ສາດ​ການ​ເມືອງ ແລະ ບັນ​ດາ​ການ​ກະ​ທຳ​ກີດ​ຂວາງ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ສືບ​ຕໍ່​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.

​ສະ​ພາບ​ການບໍ່ມີທາງອອກ​ຢູ່​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ Hormuz ນອນ​ຢູ່ລະຫວ່າງ ອີ​ຣານ ແລະ ໂອ​ມານ ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ. ເລີ່ມ​ມາ​ຈາກ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ກັບ ອີ​ຣານ, ຊ່ອງ​ແຄບ​ທະ​ເລ​ນີ້​ຖືກຈັດ​ຢູ່​ໃນ​ສະ​ພາ​ບ​ການ ປິດ - ເປີດ ຢ່າງລຽນຕິດ ແລະ ປັດ​ຈຸ​ບັນ, ໄດ້ຖືກ​ປິດ​ລ້ອມ​ເປັນ 2 ຮອບ​ຂອງ ອີ​ຣານ ແລະ ອາ​ເມ​ລິ​ກາ. ໂດຍ​ແມ່ນ​ຈຸດຄ່ຽນຖ່າຍ​ປະ​ມານ 20% ປະລີມານ​ນ້ຳ​ມັນ ແລະ ອາຍ​ແກັດ ສົ່ງ​ອອກ​ຂອງ​ໂລກ, ເລື່ອງ​ຊ່ອງ​ແຄບ​ທະ​ເລ Hormuz ຖືກ​ປິດ​ລ້ອມ ​ບໍ່​ພຽງ​ແຕ່​ກໍ່​ຄວາມ​ຂາດ​ວັກ​ຂາດ​ຕອນ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ​ທົ່ວ​ໂລກ ຖືກ​ເສຍ​ຫາຍ, ຈາກ​ນັ້ນ ກໍ່ໄດ້ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ກະ​ແສ​ການ​ຄ້າ, ລະ​ບົບ​ສະ​ໜອງ ແລະ ການ​ເຕີບ​ໂຕ​ທົ່ວ​ໂລກ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ຖະ​ແຫຼງ​ວ່າ:

“ບັນ​ດາ​ສິດ​ເດີນ​ທະ​ເລ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ໄປ​ມາ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ຕ້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ຄື​ດັ່ງການ​ຢັ້ງ​ຢືນ​ໃນ​ມະ​ຕິ​ເລກ​ທີ 2817 ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ບັນ​ດາຫຼັກ​ການ​ນີ້​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ ແລະ ບໍ່​ຢຸດ​ສະ​ຫງັກ. ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງໃຫ້​ທຸກ​ຝ່າຍ, ຈົ່ງ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz. ຈົ່ງ​ໃຫ້​ບັນ​ດາ​ກຳ​ປັ່ນ​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ, ບໍ່​ເສຍ​ຄ່າ, ບໍ່​ຈຳ​ແນກ​ການ​ປະ​ພຶດ. ຈົ່ງ​ປະ​ໃຫ້​ການ​ຄ້າ​ກັບ​ຄືນ​ມາ, ຈົ່ງໃຫ້​ພື້​ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້​ພັດ​ທະ​ນາ”.

ກ່ອນ​ວາ​ລະ​ປຶກ​ສາ​ຫາ​ລື​ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ​ສ​ປ​ຊ, ມີຫຼາຍກອງ​ປະ​ຊຸມ​ສາ​ກົນ ໄດ້​ຈັດ​ຂຶ້ນ​ເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ກໍ​ລະ​ນີ, ກ່ຽວ​ກັບ​ການ​ເມືອງ, ການ​ທະ​ຫານ ແລະ ເຕັກ​ນິກ, ເພື່ອ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ການ​ນັກສັງ​ເກດ​ການຖື​ວ່າ ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດ - ກ​ານ​ທະ​ຫານ ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ເຮັດ​ໃຫ້​ທຸກ​ກໍ​ລະ​ນີ​ລ້ວນ​ແຕ່​ມີ​ຄວາມ​ເປັນ​ໄປ​ໄດ້​​ຕ່ຳ. ທ່ານ Alexis Ellender ນັກ​ຊ່ຽວ​ຊານ​ວິ​ເຄາະ​ຂັ້ນ​ສູງ​ຢູ່​ກຸ່ມ​ບໍ​ລິ​ສັດ​ຂໍ້​ມູນ​ການ​ເດີນ​ທະ​ເລ Kpler ຕີ​ລາ​ຄາ​ວ່າ:

“ພວກ​ເຮົາ​ຍັງ​ມີ​ເສັ້ນ​ທາງ​ທີ່​ຍາວ​ໄກ​ເພື່ອ​ກັບ​ຄືນ​ສູ່ສະ​ພາບ​ການ​ການ​ຄ້າທີ່ເປັນ​ປົກ​ກະ​ຕິ ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຜົນ​ເສຍ​ຫາຍ​ໜັກ​ທີ່​ສຸດ​ແມ່ນ​ສະ​ພາບ​ການ​ບັນ​ດາ​ກຳ​ປັ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ຜ່ານ​ແລ້ວ ແຕ່​ວ່າ​ຖືກ​ຢຸດ​ຕິ​ຢ່າງວ່ອງ​ໄວ, ເພາະ​ສະ​ນັ້ນ ບັນດາຄັ້ງ​ຕໍ່​ໄປທຸກ​ຄົນ​ຕ້ອງ​ລໍ​ຖ້າ​ດົນ​ກວ່າ. ສຳ​ລັບ​ກຳ​ລັງ​ຖືກ​ຕິດ​ຄ້າງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເຂົາ​ເຈົ້າ​ຈະ​ຊອກ​ຫາ​ວິ​ທີ​ເພື່ອອອກ​ຈາກ​ເຂດ​ນີ້, ແຕ່​ວ່າ​ສຳ​ລັບ​ກຳ​ປັ່ນ​ຈາກ​ບ່ອນ​ອື່ນ​ເຂົ້າ​ເຂດ​ນີ້​ເພື່ອ​ຮັບ​ເອົາ​ສິນ​ຄ້າ, ຂົນ​ສົ່ງ​ນ້ຳ​ມັນ ຫຼື ປຸ໋ຍ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ລະ​ມັດ​ລະ​ວັງ​ທີ່​ສຸດ”.

ບຸ​ລິ​ມະ​ສິດກອບ​ກູ້

ໄປ​ຄຽງ​ຄູ່​ກັບ​ບັນ​ດາຄຳ​ຮຽກ​ຮ້ອງ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ບໍ່​ກີດ​ຂວາງ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ສິດໄປມາ​ຢູ່ທະ​ເລ, ວາ​ລະ​ປຶກ​ສາ​ຫາ​ລື​ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກໍ່​ຊອກ​ຫາ​ວິ​ທີ​ການຊຸກ​ຍູ້​ໃຫ້​ບຸ​ລິ​ມະ​ສິດການ​ກະ​ທຳໂດຍ​ດ່ວນ​ໃນ​ຈຸດ​ເວ​ລາ​ປັດ​ຈຸ​ບັນ ແມ່ນກອບ​ກູ້​ບັນ​ດາ​ລູກ​ເຮືອ ແລະ ກຳ​ປັ່ນທີ່​ຖືກ​ຕິດ​ຄ້າງ​ຢູ່​ເຂດ​ອ່າວ​ເປັນ​ເວ​ລາ​ເກືອບ 2 ເດືອນ​ຜ່ານ​ມາ​ແລ້ວ. ຕໍ່​ໜ້າ​ສະ​ພາບ​ການ​ນີ້, ທ່ານ Arsenio Dominguez ເລ​ຂາ​ທິ​ການ​ໃຫຍ່ IMO ໄດ້​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ຈາກ​ສາ​ກົນ ເພື່ອ​ອົບ​ພະ​ຍົບ​ບັນ​ດາ​ລູກ​ເຮືອທີ່ພວມ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທ​ະ​ເລ Hormuz, ໃນ​ເບືອງຕົ້ນ​ແມ່ນ​ສະ​ໜັບ​ສະ​ໜູນ​ແຜນ​ການ​ຂອງ IMO ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ອົບ​ພະ​ຍົບ. ນີ້​ເປັນ​ຄັ້ງ​ທີ 2 ໃນເວ​ລາ 1 ອາ​ທິດ ທີ່ IMO ອອກ​ຄຳ​ຮຽກ​ຮ້ອງ​ນີ້. ທ່ານ Arsenio Dominguez ໃຫ້​ຮູ້​ວ່າ:

“ພາຍຫຼັງ​ຂໍ້​ຕົກ​ລົງ​ຂອງ​ສະ​ພາ IMO,, ນຳ​ໃຊ້​ລະ​ບົບ​ຂົນ​ສົ່ງ​ສະ​ເພາະ​ທີ່​ມີ​ຢູ່​ແລ້ວ ເພື່ອ​ອົບ​ພະ​ຍົບ​ກຳ​ປັ່ນ ແລະ ລູກ​ເຮືອ​ ອອກ​ຈາກ​ເຂດ​ປະ​ທະ​ກັນ​ຢ່າງ​ປອດ​ໄພ. ບັນ​ດາ​ບັນ​ຫາ​ດ້ານ​ເຕັກ​ນິກ ແລະ ຈັດ​ຕັ້ງ (ຂອງ​ແຜນ​ການ) ພວມ​ໄດ້​ຜັນ​ຂະ​ຫຍາຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ລວມ​ມີທັງ ​ອີ​ຣານ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ປະ​ເທດ ທີ່​ມີ​ບົດ​ບາດ​ເຂົ້າ​ຮ່ວມບັນດາ​ການ​ເຈ​ລະ​ຈາ. IMO ພ້ອມ​ແລ້ວທີ່​ຈະ​ຜັນ​ຂະ​ຫຍາຍ​ແຜນ​ການ​ນີ້ ບໍ່​ຊັກ​ຊ້າ, ແຕ່​ກໍ່​ຕໍ່​ເມື່ອວຽກ​ນັ້ນ​ມີ​ຄວາມ​ປອດ​ໄພ”.

ນອກ​ຈາກ​ການ​ອົບ​ພະ​ຍົບ​ລູກເຮືອ, ເຈົ້າ​ໜ້າ​ທີ່​ການ​ນຳ IMO ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັບ​ປະ​ກັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແທດ​ຈິງໃຫ້​ແກ່​ຂະ​ແໜງ​ຂົນ​ສົ່ງ​ທາງທະ​ເລ, ລວມ​ມີ​ການເຂົ້າເຖິງການ​​ປະ​ກັນ​ໄພດ້ວຍ​ລາຍຈ່າຍ​ທີ່​ສົມ​ເຫດ​ສົມ​ຜົນ, ເພື່ອ​ແນ​ໃສ່​ອະ​ນຸ​ຍາດ​ໃຫ້ເຊື່ອມ​ຕໍ່​ຄືນ​ການ​ເຄື່ອນ​ໄຫວທີ່​ເປັນ​ປົກ​ກະ​ຕິ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ທ່ານ​ເນັ້ນ​ໜັກ​ເຖິງຫຼັກ​ການ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແມ່ນ​ບໍ່​ສາ​ມາດ​ເຈ​ລ​ະ​ຈາ​ໄດ້. ກຳ​ປັ່ນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​​ແລກ​ປ່ຽນ​ຄ້າຂາຍໃນ​ທົ່ວ​ໂລກໂດຍ​ບໍ່​ຖືກ​ກີດ​ຂວາງ ແລະ ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ປະ​ເທດ​ບໍ່​ສາ​ມາດ​ປິດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ ທີ່​ໄດ້​ນຳ​ໃຊ້​ໃຫ້​ແກ່​ການ​ເດີນ​ທະ​ເລ​ສາ​ກົນ. ກໍ່ຄ້າຍ​ຄື​ກັນ, ບໍ່​ມີ​ປະ​ເທດ​ໃດ​ ໄດ້ຍົກ​ອອກ​ບັນ​ດາການ​ຊຳ​ລະ ຫຼື​ຈັດ​ວາງ​ຄ່າ​ທຳ​ນຽມ ຫຼື​ເງື່ອນໄຂຈຳ​ແນກ​ການປະພຶດສຳ​ລັບ​ບັນ​ດາ​ຊ່ອງ​ແຄບ​ທະ​ເລ​ສາ​ກົນ.