ຕອນບ່າຍວັນທີ 29 ເມສາ, ຢູ່ແຂວງ ກວາງຈິ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ກວາງຈິ ກ່ຽວກັບໝາກຜົນການຜັນຂະຫຍາຍ, ປະຕິບັດມະຕິ, ຂໍ້ສະຫຼຸບຂອງສູນກາງ, ກ່ຽວກັບແຜນການເຕີບໂຕ ແລະ ບັນດາໜ້າທີ່, ມາດຕະການໃນໄລຍະ 2026 – 2030 ແລະ ສະພາບການປະຕິບັດອຳນາດການປົກຄອງ 2 ຂັ້ນໃນບໍລິເວນແຂວງ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່:
“ພັດທະນາບັນດາຂະແໜງເສດຖະກິດທີ່ມີທ່າແຮງຢ່າງແຮງ, ລວມມີ: ເສດຖະກິດທະເລ, ພະລັງງານ, ການທ່ອງທ່ຽວ, ອຸດສາຫະກຳເຕັກໂນໂລຊີສູງ ແລະ ອຸດສາຫະກຳປຸງແຕ່ງ. ນຳໃຊ້ບົດບາດປະຕູອອກສູ່ທະເລຂອງແລວ ຕາເວັນອອກ - ຕາເວັນຕົກ ເພື່ອພັດທະນາທ່າກຳປັ່ນ, logistics, ເຕັກໂນໂລຊີປຸງແຕ່ງ… ໃນນັ້ນທ່າກຳປັ່ນ ແລະ ເຂດແຄມທະເລຕ້ອງກາຍເປັນແກ່ນສານຂອງການເຕີບໂຕຢ່າງແທ້ຈິງ. ເດັດດ່ຽວປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກໃນປີ 2026, ແຕ່ຕ້ອງຮັບປະກັນຄວາມຍືນຍົງ, ອີງໃສ່ສະມັດສະພາບ, ການລົງທຶນຢ່າງມີປະສິດທິຜົນ ແລະ ກຳລັງໜູນໃໝ່”.







