ພາຍຫຼັງ 51 ປີ​ນັບ​ແຕ່​ວັນ​ປົດ​ປ່ອຍ (30/4/1975-30/4/2026), ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຢັ້ງ​ຢືນ​ບົດ​ບາດ “ນຳ​ໜ້າ, ກ້າວໄປ​ກ່ອນ​ເພື່ອເປີດ​ເສັ້ນ​ທາງ” ໃນ​ການ​ພັດ​ທະ​ນາ​ລວມ​ໃນ​ທົ່ວ​ປະ​ເທດ. ຈາກ​ຕົວ​ເມືອງ​ທີ່​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ພາຍ​ຫຼັງ​ສົງ​ຄາມ, ນະ​ຄອນ​ໄດ້​ກາຍ​ເປັນ​ສູນ​ເສດ​ຖະ​ກິດ, ການ​ເງິນ, ວັ​ດ​ທ​ະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ ຫວຽດ​ນາມ. ໃນ​ສະ​ພາບ​ການ​ໃໝ່, ດ້ວຍ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້, ທາງ​ນະ​ຄອນຈະ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ນຳໜ້າ, ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ນຳ​ພາ​ການ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຂອງ​ປະ​ເທດ​ຊາດ.

ໃນຕະຫຼອດ​ໄລ​ຍະ​ພັດ​ທະ​ນາ, ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ຮັກ​ສາ​ບົດ​ບາດ​ນຳ​ໜ້າ​ເສດ​ຖະ​ກິດ. ປັດ​ຈຸ​ບັນ, ນະ​ຄອນ​ໂຮ່​ຈີ​ມິນ ປະ​ກອບ​ສ່ວນ​ປະ​ມານ 23% GDP ແລະ ເກືອບ 30% ຍອດ​ລາຍ​ຮັບ​ງົບ​ປະ​ມານ​ແຫ່ງ​ຊາດ, ພ້ອມ​ທັງ​ແມ່ນ​ສູນ​ການ​ເງິນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຮັກສາ​ບົດ​ບາດ​ເປັນ​ຂົ້ວ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ແຮງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ວັດ​ການ 51 ປີ​ແຫ່ງ​ການ​ພັດ​ທະ​ນາ​ກໍ່ໄດ້ວາງ​ອອກ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ຮຽກ​ຮ້ອງ​ໃຫ້ທາງ​ນະ​ຄອນ​ຕ້ອງສືບຕໍ່​ມີ​ການ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ໃນ​ການ​ບໍ​ລິ​ຫານ, ພັດ​ທະ​ນາ​ແບບ​ຍືນ​ຍົງ​. ໃນ​ສະ​ພາບ​ການ​ນັ້ນ​, ເພື່ອ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ “ກ້າວ​ໄປ​ກ່ອນ​ເພື່ອເປີດເ​ສັ້ນ​ທາງ”, ທາງ​ນະ​ຄອນ​ໂຮ່​ຈີ​ມິນ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່. ທ່ານ ຫງວຽນ​ວັນ​ເດືອກ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ:

“ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ​ຈະບັນ​ລຸ​ໄດ້ກໍ່ຕໍ່ເມື່ອ​ພື້ນ​ທີ່​ເສ​ດ​ຖະ​ກິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ເຫດ​ສົມ​ຜົນ​ ແລະ ລະ​ບົບ​ມູນ​ຄ່າ​ໄດ້​ຮັບ​ການຈັດແບ່ງຢ່າ​ງ​ມີ​ປະ​ສິດ​ທິ​ຜົນ​, ບົດ​ບາດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໃນ​ສະ​ພາ​ບ​ການ​ສັງ​ລວມ. ໃນ​ໂຄງ​ປະ​ກອບ​ນັ້ນ, ນະ​ຄອນ​ໂຮ່​ຈີ​ມິນ ຄວນ ແລະ ຈະ​ສວມ​ບົດ​ບາດ​ແມ່ນ​ຫົວໜ້ານັກ​ສະ​ຖາ​ປະ​ນິກ​ໃຫຍ່, ແມ່ນ​ສູນ​ປະ​ສານ​ງານ ແລະ ນຳ​ໜ້າ​ການ​ເຊື່ອມ​ຕໍ່​ເຂດ, ສະ​ຖານ​ທີ່​ເຕົ້າ​ໂຮມ​ການ​ເງິນ, ເຕັກ​ໂນ​ໂລ​ຢີ ແລະ ການ​ບໍ​ລິ​ການ​ລະ​ດັບ​ສູງ, ເປັນສະ​ຖານ​ທີ່​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຜະ​ລິດ, logistic ແລະ ກະ​ສິ​ກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ໄດ້​ເຊື່ອມ​ຕໍ່ ແລະ ແຜ່​ກະ​ຈາຍ, ຈັດແບ່ງ​ຢ່າງ​ກົມ​ກຽວ ແລະ ພ້ອມ​ກັນ​ພັດ​ທະ​ນາ”.

ເພື່ອ​ຫັນ​ເປັນເປັນລະອຽກ, ທາງ​ນະ​ຄອນ​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ສ້າງ​ຮ່າງ​ກົດ​ໝ​າຍ​ວ່າ​ດ້ວຍ​ຕົວ​ເມືອ​ງ​ພິ​ເສດ (ຄາດວ່າຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ປີ​ນີ້), ເພື່ອ​ແນ​ໃສ່​ສ້າງຂອບ​ນິ​ຕິ​ກຳທີ່ດີກວ່າ, ແກ້​ໄຂ​ຈຸດ​ອຸດ​ຕັນ​ກ່ຽວ​ກັ​ບ​ລະ​ບອບ​ລະ​ບຽບ​ການ, ທີ່​ດິນ, ການ​ວາງ​ແຜນ​ກຳ​ນົດ ແລະ ການ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ​ກາຍ​ເປັນ​ມະ​ຫາ​ຕົວ​ເມືອງ. ກົດ​ໝາຍ​ມຸ່ງ​ໄປ​ເຖິງ​ຮູບ​ແບບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ທັນ​ສະ​ໄໝ, ມີ​ໄຫວ​ພິບ, ຊ່ວ​ຍໃຫ້​ນະ​ຄອນ​ເປັນ​ເຈົ້າ​ການກວ່າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຄຸ້ມ​ຄອງ​ຕົວ​ເມືອງ. ທ່ານ ຮສ.ປອ ໂດ​ຝູ​ເຈິ່ນ​ຕິງ, ສັງ​ກັດມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ - ກົດ​ໝາຍ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ ຖື​ວ່າ:

“ກົດ​ໝາຍ​ວ່າ​ດ້ວຍ​ຕົວ​ເມືອງພິເສດ ​​ສຸມ​ໃສ່ 3 ບັນ​ຫາ​ແມ່ນມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ແທ້​ຈິງ, ກົນ​ໄກ sandbox ແລະ ກອບ​ນິ​ຕິ​ກຳ​ທີ່​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ​ສາ​ກົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ​ສູນ​ການ​ເງິນ. ສາມ​ເສົາ​ຄ້ຳ​ນີ້​ຈະ​ເປີດ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່, ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ດຶງ​ດູດ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ, ມີ​ວິ​ໄສ​ທັດ​ຍາວ​ໄກ​ມາຍັງ ​ນະ​ຄອນໂຮ່​ຈີ​ມິນ”.

ດ້ວຍຫຼັກ​ການມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ​ໃຫ້​ແກ່​ອຳ​ນາ​ດ​ການ​ປົກ​ຄອງ​ນະ​ຄອນ, ກົດ​ໝາຍ​ວ່າດ້ວຍຕົວ​ເມືອງ​ພິ​ເສດ​ໄດ້​ຮັບ​ຖື​ວ່າແມ່ນ​ການ​ລົງ​ທຶນ​ລະ​ບອບ​ລະ​ບຽບ​ການ​ໃຫ້​ແກ່​ການ​ເຕີບ​ໂຕ​ແຫ່ງ​ຊາດ. ທ່ານ​ ຫງວຽນ​ວັນ​ເດືອກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ໂຮ່​ຈີ​ມິນ ຢັ້ງ​ຢືນ​ວ່າ:

“ທາງ​ນະ​ຄອນ​ໄດ້​ມອບ ແລະ ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ກົນ​ໄກ​ຢ່າງ​ມີ​ໄຫວ​ພິບກວ່າ, ສອດ​ຄ່ອງ​ກັບ​ບົດ​ບາດ, ຂອບ​ຂະ​ໜາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ນະ​ຄອນ. ຈາ​ກ​ການ​ທົດ​ລອງ​ຕະຫຼ​ອດ​ຮອດ​ຮູບ​ແບບ​ຄຸ້ມ​ຄອງ​ໃໝ່, ຫຼຸດ​ຜ່ອນ​ຂັ້ນ​ຕອນ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ ຕະຫຼອດ​ຮອດ​ການ​ເປີດກວ້າງ​ຂົງເຂດ​ນະ​ໂຍ​ບາຍ​ໃຫ້​ແກ່​ນະ​ວັດ​ຕະ​ກຳ ແລະ ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ. ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ ບໍ່​ພຽງ​ແຕ່​ຊ່ວຍໃຫ້ນະ​ຄອນ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ບັນ​ດາ​ຮູບ​ແບ​ບ​ຕົວ​ຈິງ​ທີ່​ອາດ​ສາ​ມາດ​ທະ​ວີ​ຄູນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ”.

ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ທາງ​ນະ​ຄອນ​ກໍ່​ພວມ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຈຸດ​ສຸມ​ຄື: ລະ​ບົບ metro, ເສັ້ນ​ທາງອ້ອມຮອບຕົວ​ເມືອງ ແລະ ບັນ​ດາ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ລະ​ຫວ່າງ​ເຂດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ເຂດ. ເປົ້າ​ໝາຍ​ສູ້​ຊົນ​ຮອດ​ປີ 2030, ທາງ​ນະ​ຄອນ​ຈະມີ​ລະ​ບົບ Metro ຢ່າງ​ໜ້ອຍ​ສຸດ 187 ກມ, ​ຮອດ​ປີ 2045 ຂອບ​ຂະ​ໜາດ​ບັນ​ລຸ​ປະ​ມານ 700 – 1000 ກມ. ທ່ານ ຫງວຽນ​ກວັກ​ຫ໋ຽນ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ ນະ​ຄອນ ໂຮ່​ຈີ​ມິນ ​ຢັ້ງ​ຢືນ​ວ່າ:

“Metroແມ່ນ​ເສັ້ນ​ເລືອດ​ໃຫຍ່, ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ຕົວ​ເມືອງ ​ດັ່ງ​ນັ້ນ ​ພື້ນ​ຖານ​ໂຄງ​ລ່າງ​ນີ້​ຕ້ອງ​ກະ​ກຽມ​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ. Metro ສ້າງ​ປະ​ຖົມ​ປັດ​ໄຈ, ກຳ​ລັງ​ໜູນ​ພັດ​ທະ​ນາ​ຂອ​ງ​ນະ​ຄອນ ດັ່ງ​ນັ້ນ​ຕ້ອງ​ເຊື່ອມ​ຕໍ່​ບັນ​ດາ hub ໃຫຍ່, ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ, ເສັ້ນ​ທາງ​ລົດ​ໄຟແຫ່ງ​ຊາດ, ທ່າ​ກຳ​ປັ່ນ, ເສັ້ນ​ທາງ​ລົດ​ໄຟ ​ແລະ ບັນ​ດາ​ຕົວ​ເມືອງ​ໃຫຍ່”.

ບໍ່​ພຽ​ງ​ແຕ່​ຢຸດ​ຢູ່​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ວັດ​ຖຸ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ດີ​ຈີ​ຕອນ​ກໍ່​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ສັງ​ຄົມ​ດີ​ຈີ​ຕອນພັດ​ທະ​ນາ​ຢ່າງ​ແຮງ. ນີ້​ແມ່ນ​ບາດ​ກ້າວ​ຍຸດ​ທ​ະ​ສາດ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ໃນ​ຍຸກ​ສະ​ໄໝ​ເຕັກ​ໂນ​ໂລ​ຢີ.

ໄລ​ຍະ​ຜ່ານ​ມາ, ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້ຫຼາຍ​ມະ​ຕິ​ທີ່​ມີ​ຄຸນ​ຄ່າ​ກຳ​ນົດ​ທິດ​ຍຸດ​ທະ​ສາດ, ສ້າງ​ຄວາມ​ສະ​ດວກ​ເພື່ອ​ໃຫ້ ​ນະ​ຄອນ​ໂຮ່​ຈີ​ມິນ ​ຂຸດ​ຄົ້ນ​ໄດ້​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ. ດ້ວຍ​ມູນ​ເຊື້ອ​ຂ​ະ​ຫຍັນ​ຂັ​ນ​ເຄື່ອນ, ປະ​ດິດ​ຄິດ​ສ້າງ ແລະ ຈິດ​ໃຈ​ນຳ​ໜ້າ​ພ້ອມ​ກັບ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຈາກ​ສູນ​ກາງ, ນະ​ຄອນ​ໂຮ່​ຈີ​ມິນ ຈະ​ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງ​ນຳ​ພາ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ທົ່ວ​ປະ​ເທດ​ບົນ​ເສັ້​ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.