
ທ່ານ ຮ່ວາງບີ່ງກວນ ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(vovworld) – ແຕ່ວັນທີ 1 -4/9, ກອງປະຊຸມຄົບຄະນະຄັ້ງທີ 9 ກອງປະຊຸມສາກົນບັນດາພັກການເມືອງ ອາຊີ ຖືກຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳປົວ, ປະເທດ ມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ທ່ານ ມາຈາກ 89 ພັກການເມືອງ, ຂຶ້ນກັບ 35 ປະເທດ ອາຊີ ແລະ ບາງຄະນະຜູ້ສັງເກດການຂອງບັນດາພັກ, ບັນດາອົງການສາກົນພາບໃນ ແລະ ນອກພາກພື້ນ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມແລະ ປະກອບສ່ວນຢ່າງຕັ້ງໜ້າຢູ່ບັນດາວາລະປຶກສາຫາລືຂອງກອງປະຊຸມ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານ ຮ່ວາງບີ່ງກວນ ຢັ້ງຢືນວ່າ: ໃນສະພາບການ ອາຊີ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງດ້ານຄວາມໝັ້ນຄົງ ແລະ ພັດທະນາ, ບັນດາພັກຕ້ອງສະແດງຄວາມຮັບຜິດຊອບລວມສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ, ແກ້ໄຂບັນດາການຂັດແຍ້ງທາງດ້ານອະທິປະໄຕ, ຜືນແຜ່ນດິນດ້ວຍບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ເຄົາລົບບັນດາວິວັດທະນາການການທູດ ແລະ ນິຕິທຳ, ພ້ອມທັງຕ້ອງມະນາພະຍາຍາມຊຸກຍຸ້ບັນດາຂໍ້ຕົກລົງ ແລະ ກົນໄກມີປະສິດທິຜົນເພື່ອແນໃສ່ສະກັດກັ້ນການປະທະກັນ. ພ້ອມກັນນັ້ນຕ້ອງຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອການພັດທະນາຍຸຕິທຳ ແລະ ຍືນຍົງ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະ ພື້ນຖານໂຄງລ່າງ, ຮັດແຄບຊ່ອງຫວ່າງພັດທະນາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ທ່ານ ຮ່ວາງບີ່ງກວນ ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ




