ຫວຽດນາມກ່າວປະນາມເຫດລະເບີດຢູ່ພາກໃຕ້ຟີລິບປິນ
04/09/2016 09:05
ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາຕົວການໄດ້ກໍ່ໃຫ້ເກີດເຫດລະເບີດຢູ່ພາກໃຕ້ ຟີລິບປິນ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ ແລະ ເຊື່ອມໝັ້ນວ່າບັນດາຕົວການຈະຖືກຕັດສິນລົງໂທດຢ່າງແຮງ.
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(vovworld) – ວັນທີ 4/9/2016, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດລະເບີດຢູ່ພາກໃຕ້ ຟີລິບປິນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ໄດ້ຊີ້ແຈ້ງວ່າ: “ຫວຽດນາມ ກ່າວປະນາມຢ່າງຮຸນແຮງບັນດາຕົວການໄດ້ກໍ່ໃຫ້ເກີດເຫດລະເບີດຢູ່ພາກໃຕ້ ຟີລິບປິນ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ ແລະ ເຊື່ອມໝັ້ນວ່າບັນດາຕົວການຈະຖືກຕັດສິນລົງໂທດຢ່າງແຮງ.
ຫວຽດນາມ ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງຄອບຄົວຜູ້ປະສົບເຄາະຮ້າຍ ແລະ ຫວັງວ່າລັດຖະບານ, ປະຊາຊົນ ຟີລິບປິນ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈະຜ່ານຜ່າຄວາມຫຍຸ້ງຍາກນີ້ເພື່ອນຳຊີວິດກັບຄືນສູ່ປົກກະຕິໂດຍໄວ”.
Tag: