ອິດສະຣາແອັນ ດຳເນີນຫຼາຍບັ້ນບຸກໂຈມຕີເລັ່ງໃສ່ ລີບັງ
19/12/2025 08:49
(VOVWORLD) - ວັນທີ 18 ທັນວາ, ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີຈຳນວນໜຶ່ງເລັ່ງໃນເຂດພາກໃຕ້ ແລະ ທາງທິດຕາເວັນຕົກ ລີບັງ, ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ກັບກຳລັງ ເຮັກໂບລາ ນັບແຕ່ເດືອນ ພະຈິກ ຜ່ານມາ.

ກອງທັບ ອິດສະຣາແອັນ ຖະແຫຼງວ່າ ບັນດາບັ້ນບຸກໂຈມຕີແມ່ນແນໃສ່ “ບັນດາສະຖານທີ່ພື້ນຖານໂຄງລ່າງກໍ່ການຮ້າຍຢູ່ຫຼາຍເຂດໃນທົ່ວປະເທດ ລີບັງ”, ລວມມີເຂດການທະຫານປະສົມ ໂດຍ ເຮັກໂບລາ ນຳໃຊ້ເພື່ອດຳເນີນການຝຶກຊ້ອມ. ໃນຖະແຫຼງການອື່ນ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ໄດ້ບຸກໂຈມຕີສະມາຊິກ ເຮັກໂບລາ ຢູ່ເຂດ Taybeh ພາກໃຕ້ ລີບັງ. ບັນດາບັ້ນບຸກໂຈມຕີ ໄດ້ດຳເນີນໃນຂະນະທີ່ຄະນະກຳມະການຕິດຕາມກວດກາຄຳສັ່ງຢຸດຍິງ, ລວມມີ ອາເມລິກາ ແລະ ຝລັ່ງ, ຄາດວ່າ ຈະດຳເນີນການປະຊຸມໃນວັນທີ 19 ທັນວາ ນີ້. ຕາມກະຊວງສາທາລະນະສຸກ ລີບັງ ແລ້ວ, ໃນບັ້ນບຸກໂຈມຕີຄັ້ງຕ່າງໆຂອງ ອິດສະຣາແອັນ ເຂົ້າໃສ່ ລີບັງ ນັບແຕ່ເມື່ອຂໍ້ຕົກລົງຢຸດຍິງມີຜົນສັກສິດນັ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 340 ຄົນ.
TAG
VOV/VOVworld/ລີບັງ/ອິດສະຣາແອັນ/ບັ້ນບຸກໂຈມຕີ
Related





