VOV WorldVOV World
ງານວາງສະແດງສີສັນເຂດພູສູງໂຄສະນາພາບພົດຂອງ ຫວຽດນາມ
27/04/2026 06:54
[VOVWORLD] - ງານວາງສະແດງໄດ້ຮັບການສ້າງຂຶ້ນຄືດັ່ງເຂດວັດທະນະທຳລວມ, ຫວນຄືນການດຳລົງຊີວິດ, ວັດທະນະທຳ, ສັງຄົມຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງຢ່າງມີຊີວິດຊີວາ.
ງານວາງສະແດງສີສັນເຂດພູສູງໂຄສະນາພາບພົດຂອງ ຫວຽດນາມ
20260426_231957.jpg (ພາບ​ປະ​ກອບ) ແຕ່​ວັນ​ທີ 08 – 10 ພຶດ​ສະ​ພາ, ທີ່ແຂວງ ເຊີນ​ລາ, ​ງານ​ວາງ​ສະ​ແດງ “​ສີ​ສັນ​ເຂດ​ພູ​ສູງ” ຈະ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຂອບ​ຂະ​ໜາດ​ລະ​ຫວ່າງ​ແຂວງ, ເຕົ້າ​ໂຮມ​ຫຼາຍ​ທ້ອງ​ຖິ່ນ. ງານ​ວາງ​ສະ​ແດງ​ໄດ້​ຈັດ​ຂຶ້​ນ​ຢູ່​ຕາ​ແສງ ມົກ​ເຈົາ (ເຊີນ​ລາ), ໂດຍ​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳສິ​ລະ​ປະ ຫວຽດ​ນາມ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ) ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້​ອງ​ປະ​ຕິ​ບັດ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ແຂ​ວງ, ຄື: ເຊີນ​ລາ, ລາຍ​ເຈົາ, ນິງ​ບິ່ງ, ແທັງ​ຮ​ວາ, ງານ​ວາງ​ສະ​ແດງ​ໄດ້ຮັບການ​ສ້າງ​ຂຶ້​ນ​ຄື​ດັ່ງ​ເຂດ​ວັດ​ທະ​ນະ​ທຳ​ລວມ, ຫວນຄືນ​ການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຂອງ​ພໍ່​ແມ່ປະຊາຊົນ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ວາງ​ສະ​ແດງ ແມ່ນ​ເຂດ​ຫົວ​ເລື່ອງ​ສະ​ເພາະ “ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ”, ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ, ຄື: ຊຸດ​ອາ​ພອນ, ເຄື່ອງ​ດົນ​ຕີ, ການ​ເຫຼື້ອມ​ໄສ​ເຊື່ອ​ຖື… ງານ​ວາງ​ສະ​ແດງ​ຍັງ​ມີ​ການ​ເຄື່ອນ​ໄຫວ​ປະ​ພຶດຕົວຈິງ, ຄື: ວາດ​ພາບ​ຄືນ​ຕະ​ຫຼາ​ດ​ນັດປະ​ຈຳ, ການ​ສະ​ແດງ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ການ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ.
TAG
VOV/VOVWORLD/ສີ​ສັນ​/ວັດ​ທະ​ນະ​ທຳ/​ພູ​ສູງ

More