ຕາມທ່ານ Araghchi ແລ້ວ, ບາງປະເທດເປັນກາງ ພວມມານະພະຍາຍາມສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍເຊື່ອມຕໍ່ ວິວັດການເຈລະຈາ. ແຕ່ເຖິງຢ່າງໃດກໍ່ຕາມ, ເຕເຮຣານ ອາດຈະພຽງແຕ່ເຊື່ອມຕໍ່ການເຈລະຈາຄືນ ດ້ວຍເງື່ອນໄຂທີ່ວ່າ ອາເມລິກາ ຢຸດຕິບັນດາການກະທຳທີ່ ອີຣານ ຖືວ່າລະເມີດ “ບົດບັນທຶກຊ່ວຍຈຳ Islamabad” ເຊິ່ງສອງຝ່າຍບັນລຸໄດ້ໃນເດືອນ ມິຖຸນາ ແລະ ວໍຊິງຕັນ ຊົດເຊີຍເພື່ອແກ້ໄຂບັນດາການລະເມີດດັ່ງກ່າວ.

ທ່ານ Araghchi ໃຫ້ຮູ້ວ່າ: ອີຣານ ແລະ ໂອມານ ພວມສືບຕໍ່ເຈລະຈາກ່ຽວກັບການສ້າງບັນດາກົນໄກໃນການເດີນ ທະເລສະບັບໃໝ່ຢູ່ຊ່ອງແຄບທະເລ Hormuz, ພ້ອມທັງຕີລາຄາ ບັນດາການແລກປ່ຽນພວມດຳເນີນໄປດ້ວຍຄວາມສະດວກ ແລະ ເກືອບສຳເລັດສົມບູນ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອີຣານ ແລ້ວ, ບັນດາເສັ້ນທາງເດີນທະເລປັດ​ຈຸ​ບັນ ຜ່ານ​ເສັ້ນ​ທາງ​ທະ​ເລ ຍຸດທະສາດນີ້ຈະໄດ້ປ່ຽນແທນດ້ວຍເສັ້ນທາງໃໝ່ພາຍຫຼັງບັນລຸໄດ້ຂໍ້ຕົກລົງ. ປະຈຸບັນ, ບັນດານັກຊ່ຽວຊານ ພວມສ້າງແຜນທີ່ທີ່ກ່ຽວຂ້ອງ.

ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Araghchi ເນັ້ນໜັກວ່າ: ເລື່ອງບັນລຸຂ້ໍຕົກລົງກ່ຽວກັບເສັ້ນທາງເດີນທະເລໃໝ່ ບໍ່ໝາຍ ຄວາມວ່າຊ່ອງແຄບທະເລ Hormuz ໄດ້ເປີດຄືນ.