ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Maeda Tadashi ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງບົດບາດ ແລະ ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີ JBIC ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ລະດົມ ແລະ ເຊື່ອມຕໍ່ແຫຼ່ງກຳລັງດ້ານການເງິນຂອງ ຍີ່ປຸ່ນ ກັບບັນດາຄວາມຕ້ອງການໃນການພັດທະນາຂອງ ຫວຽດນາມ; ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ ແລະ ພັດທະນາສູນການເງິນເສດຖະກິດ, ດຶງດູດອົງການການເງິນ, ທະນາຄານ ຍີ່ປຸ່ນ ເຂົ້າຮ່ວມສູນການເງິນທີ່ຫາກໍ່ສ້າງຂຶ້ນຢູ່ ນະຄອນໂຮ່ຈີມິນ ແລະ ນະຄອນດ່ານັ້ງ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະເໜີ JBIC ສືບຕໍ່ປະສານສົມທົບໃນການຊຸກຍູ້ການຜັນຂະຫຍາຍບັນດາໂຄງການໃນຂອບເຂດປະຊາຄົມປ່ອຍອາຍພິດລົງ 0 ອາຊີ (AZEC) ຢ່າງແທ້ຈິງ.
ສ່ວນທ່ານ Maeda Tadashi ປະທານທະນາຄານຮ່ວມມືສາກົນ ຍີ່ປຸ່ນ ໃຫ້ຮູ້ວ່າ JBIC ຖືເປັນສຳຄັນຕະຫຼາດ ຫວຽດນາມ ແລະ ມີຄວາມຫວັງຢ່າງຍິ່ງຢາກສືບຕໍ່ປະສານສົມທົບກັບບັນດາອົງການ, ວິສາຫະກິດ ຫວຽດນາມ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືໃນບັນດາຂົງເຂດ, ລວມມີ: ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ພະລັງງານ…





