ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນໃນຕອນບ່າຍວັນທີ 1 ຕຸລາ ທີ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າເລື່ອງສ້າງສຳເລັດເພື່ອຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ທີ່ຈະມາເຖິງແມ່ນໜ້າທີ່ສຳຄັນຍິ່ງ. ທ່ານຊີ້ແຈ້ງວ່າ:
ກົດໝາຍວ່າດ້ວຍທີ່ດິນນີ້ແມ່ນຕ້ອງເຮັດຢ່າງເຂັ້ມງວດ, ເຮັດຢ່າງລະອຽດ. ເທື່ອກ່ອນເມື່ອປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2024 ຕ້ອງຜ່ານ 4 ສະໄໝປະຊຸມຈຶ່ງຈະສາມາດຮັບຮອງເອົາໄດ້. ດັ່ງນັ້ນ, ຕ້ອງຖືເລື່ອງສ້າງສຳເລັດເພື່ອຮັບຮອງກົດໝາຍວ່າດ້ວຍທີ່ດິນທີ່ສະໄໝປະຊຸມຄັ້ງນີ້ ແມ່ນໜ້າທີ່ສຳຄັນຍິ່ງ. ກົດໝາຍວ່າດ້ວຍທີ່ດິນໄດ້ກ່ຽວຂ້ອງເຖິງທົ່ວພື້ນຖານເສດຖະກິດ, ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງ ປຊຊ.





