ນະທີ່ນີ້, ທ່ານເຊີນມິນທັງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງວິທະຍຸກະຈາຍສຽງຫວຽດນາມ ໃນການກໍ່ສ້າງພັກເວົ້າສະເພາະ ແລະ ໃນພາລະກິດພັດທະນາປະເທດຊາດເວົ້າລວມ:

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ໄດ້ມາຢ້ຽມຢາມ, ອວຍພອນວິທະຍຸກະຈາຍສຽງຫວຽດນາມ. ຂ້າພະເຈົ້າຫວັງວ່າ ບັນດາສະຫາຍຈະປະຕິບັດໜ້າທີ່ຂອງຕົນໃຫ້ດີກ່ວາອີກ ເພື່ອຮັບໃຊ້ໃຫ້ແກ່ພັກ, ລັດ. ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີມູນເຊື້ອ ແລະ ເຕີບໃຫ່ຍໃນການຕໍ່ຕ້ານຢູ່ແລ້ວ, ພວກເຮົາຕ້ອງເສີມຂະຫຍາຍສື່ມວນຊົນປະເພດຕ່າງໆ, ໃນນັ້ນມີທັງຊ່ອງກະຈາຍສຽງພາສາຊົນເຜົ່າໃນທົ່ວປະເທດ.

ໃນຕອນເຊົ້າຂອງວັນດຽວກັນ, ວິທະຍຸກະຈາຍສຽງຫວຽດນາມ ຍັງໄດ້ຕ້ອນຮັບບັນດາອົງການ, ກະຊວງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ມາອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.