ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: TTXVN)

ສິ່ງທີ່ເປັນໜ້າສົນໃຈແມ່ນ ທ່ານ Joe Biden ໄດ້ລື່ນກາຍທ່ານ Donald Trump ຢູ່ລະດັບ 2 ຕົວເລກ ຢູ່ລັດ Michigan, ດ້ວຍ 52% ຄວາມເຫັນສະໜັບສະໜູນ ເມື່ອທຽບໃສ່ 40%ຂອງທ່ານ Donald Trump. ໃນຂະນະນັ້ນ, ຢູ່ລັດ Arizona, ອັດຕາການສະໜັບສະໜູນຕໍ່ທ່ານ Joe Bidenແມ່ນ 49% ແລະ ຂອງ ທ່ານ Donald Trump ແມ່ນ 45%.

ໝາກຜົນຂອງການຢັ່ງຫາງສຽງຂອງ CNN ກໍ່ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງຈຳນວນຫຼາຍຢູ່ 3 ລັດດັ່ງກ່າວ ບໍ່ສະໜັບສະໜູນວິທີການແກ້ໄຂບັນຫາຈຳແນກເຊື້ອຊາດຜິວພັນຂອງທ່ານ ປະທານາທິບໍດີ Doanld Trump. ກ່ຽວຂ້ອງເຖິງວິທີການແກ້ໄຂໂລກລະບາດ Covid – 19 , ອັດຕາບໍ່ສະໜັບສະໜູນຢູ່ ລັດ Arizona ແມ່ນ 60%, ລັດ Michigan ແມ່ນ 59% ແລະ ຢູ່ລັດ Florida ແມ່ນ 57%. ເຖິງຢ່າງໃດກໍ່ຕາມ, ຈຸດດີທີ່ຫາຍາກສຳລັບທ່ານ Donald Trump ນັ້ນແມ່ນ ໃນໝາກຜົນຢັ່ງຫາງສຽງນີ້ ຜູ້ມີສິດເລືອກຕັ້ງຈຳນວນຫຼາຍຍັງສະໜັບສະໜູນວິທີການບໍລິຫານພື້ນຖານເສດຖະກິດຂອງທ່ານ.