ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ເພື່ອຜູ້ປະສົບເຄາະ ຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ
10/08/2013 08:04
(vovworld) – ມີການເຄື່ອນໄຫວແທດຈິງຫຼາຍຢ່າງຖືກຈັດຂຶ້ນເນື່ອງໃນໂອກາດເພື່ອຜູ້ປະສົບເຄາະຮ້າຍ...

(ພາບປະກອບ) (vovworld) – ມີການເຄື່ອນໄຫວແທດຈິງຫຼາຍຢ່າງຖືກຈັດຂຶ້ນເນື່ອງໃນໂອກາດເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ 10/8. ຕອນເຊົ້າວັນທີ 10/8, ຢູ່ນະຄອນໂຮ່ຈີມິນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນໄດ້ຈັດຕັ້ງງານບຸນຕັ້ງຄ້າຍ “ຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ“ ແລະ “ສາຍໃຈຂອງໝູ່ບ້ານຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ“, ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີ ແຫ່ງໄພພິບັດທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ (10/8/1961-10/8/2013). ໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບທຶນສຶກສາໃຫ້ນັກຮຽນພິການ 100 ຄົນ, ມອບທຶນໃຫ້ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຈຳນວນໜຶ່ງເພື່ອລ້ຽງສັດ ແລະ ປູກຝັງ, ມອບເຮືອນແຫ່ງສາຍຈິດມິດໃຈ… ທີ່ງານບຸນ, ບັນດາຫົວໜ່ວຍ, ສ່ວນບຸກຄົນໄດ້ບໍລິຈາກເງິນ 6 ຕື້ດົ່ງໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນ ເພື່ອປະຕິບັດການເຄື່ອນໄຫວມະນຸດສະທຳ. ດ່າວຊວແຫ້ງ, ພວມຮຽນວິຊາຊີບຢູ່ໂຮງຮຽນເດັກພິການ ແລະ ກຳພ້ານະຄອນໂຮ່ຈີມິນ, ເວົ້າວ່າ: “
TAG
ທາດພິດສີສົ້ມ/ດີໂອຊິນ
Related
More






