ການວາງລະເບີດສະຫລະຊີບຢູ່ອາບການິສະຖານເຮັດໃຫ້ຫລາຍຄົນຖືກບາດເຈັບແລະເສຍຊີວິດ
02/02/2016 10:04
(vovworld)- ວົງການການເມືອງ ອາບການິສະຖານໃຫ້ຮູ້ວ່າ: ມີ 10 ຄົນເສຍຊີວິດ ແລະ ອີກ 20 ຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບ

ເຫດການວາງລະເບີດສະຫລະຊີບ (vovworld)- ວົງການການເມືອງ ອາບການິສະຖານໃຫ້ຮູ້ວ່າ: ມີ 10 ຄົນເສຍຊີວິດ ແລະ ອີກ 20 ຄົນຖືກບາດເຈັບໃນເຫດວາງລະເບີດສະຫລະຊີບເກີດຂຶ້ນຢູ່ນອກປ້ອມຕຳຫລວດຢູ່ເຂດ Dehmazang ທາງທິດຕາເວັນຕົກນະຄອນຫລວງ ກາບູນ. ປະຈຸບັນ ບໍ່ທັນຮູ້ກຸ່ມຄົນໃດຫນູນຫລັງເຫດບຸກໂຈມຕີດັ່ງກ່າວ. ເຈົ້າຫນ້າທີ່ ອາບການິສະຖານ ໄດ້ເປິດລ້ອມສະຖານທີ່ເກີດເຫດ. ເຫດບຸກໂຈມຕີເກີດຂຶ້ນກ່ອນທີ່ດຳເນີນການເຈລະຈາຄັ້ງທີ 3 ລະຫວ່າງ ອາບການິສະຖານ ແລະ ປາກິສະຖານ, ຈີນ ແລະ ອາເມລິກາ ເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງ ລັດຖະບານ ອາບການິສະຖານ ແລະ ພວກກະບົດ ຕາລີບາ. ຄາດວ່າຜູ້ຕາງຫນ້າ 4 ຝ່າຍຈະຈັດກອງປະຊຸມໃນວັນທີ 6/2 ຢູ່ ນະຄອນຫລວງ Islamabad ຂອງປາກິສະຖານ.
TAG
vovworld/ຕຳຫລວດ
Related
More





