ຂະບວນການແຂ່ງຂັນ ຍ້ອງຍໍ ປີ 2012
09/02/2012 10:54
ວຽກງານແຂ່ງຂັນ, ຍ້ອງຍໍ ປີ 2012 ຕ້ອງຕິດພັນກັບການປະຕິບັດບັນດາຫນ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກຢ່າງມີໄຊ
ວາລະປະຊຸມຄັ້ງທີ 45 ຂອງສະພາແຂ່ງຂັນຍ້ອງຍໍສູນກາງ ພາບ:hanoimoi.com.vn (vovworld) - ວັນທີ 9/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງ, ປະທານສະພາແຂ່ງຂັນ ຍ້ອງຍໍສູນກາງ ເປັນເຈົ້າພາບວາລະປະຊຸມຄັ້ງທີ 45 ຂອງສະພາ. ວາລະປະຊຸມ ເພື່ອແນໃສ່ຕີລາຄາໝາກຜົນວຽກງານ ປີ 2011 ແລະ ບັນດາຫນ້າທີ່ຈຸດສຸມ ປີ 2012. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ຖືວ່າ ປີ 2011 ຂະບວນການແຂ່ງຂັນຍາມໃດກໍສຸມໃສ່ປະຕິບັດບັນດາຈຸດໝາຍລວມຂອງຊາດ ຢ່າງມີໄຊ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ວຽກງານແຂ່ງຂັນ, ຍ້ອງຍໍ ປີ 2012 ຕ້ອງຕິດພັນກັບການປະຕິບັດບັນດາຫນ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກຢ່າງມີໄຊ, ຍ້ອງຍໍໃຫ້ຖືກຄົນ, ຖືກວຽກ. ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີໃຫ້ບັນດາສະມາຊິກຂອງສະພາແຂ່ງຂັນ ຍ້ອງຍໍ ຈົ່ງເອົາໃຈໃສ່ເຖິງວຽກງານຍູ້ແຮງຖະແຫລງຂ່າວ, ໂຄສະນາກ່ຽວກັບບັນດາຂະບວນການແຂ່ງຂັນ, ທະວີຄູນແບບຢ່າງດີເດັ່ນໃນຂະບວນການອອກແຮງງານ, ການຜະລິດ.
TAG
ແຂ່ງຂັນຍ້ອງຍໍ
Related
More





