ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດກົດໝາຍ, ລັດຖະບັນຍັດ
20/09/2013 10:58
(vovworld)- ຕອນເຊົ້າວັນທີ 20/9, ສືບຕໍ່ກອງປະຊຸມຄັ້ງທີ 21, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ...

ກອງປະຊຸມຄັ້ງທີ 21ຄະນະປະຈຳສະພາແຫ່ງຊາດ ພາບ:internet (vovworld)- ຕອນເຊົ້າວັນທີ 20/9, ສືບຕໍ່ກອງປະຊຸມຄັ້ງທີ 21, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດບັນດາກົດໝາຍ, ລັດຖະບັນຍັດ, ມະຕິ ໂດຍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຮັບຮອງເອົາ. ນະທີ່ນີ້, ທ່ານນາງ ຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດ ໄດ້ສະເຫນີວ່າ: ສະພາແຫ່ງຊາດຄວນປະກາດໃຊ້ມະຕິຫົວເລື່ອງສະເພາະກ່ຽວກັບວຽກງານສ້າງ ແລະ ປະຕິບັດກົດໝາຍ. ພິເສດ ຕ້ອງມີການກວດກາສູງສຸດເພື່ອຍົກສູງຄວາມຮັບຜິດຊອບ ແລະ ສ້າງຂໍ້ກຳນົດກົດລະບຽບໃນບັນຫາປະຕິບັດກົດໝາຍ. ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດສືບຕໍ່ຮັບຟັງບົດລາຍງານຈາກຄະນະກວດກາ ແລະ ລັດຖະບານລາຍງານເພີ່ມເຕີມກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍໃນວຽກງານຄັດເລືອກ, ບຳລຸງສ້າງ, ແຕ່ງຕັ້ງສຳລັບຖັນແຖວພະນັກງານ, ລັດຖະກອນ.
TAG
vovworld/vov/ຄະນະກວດກາ
Related






