VOV WorldVOV World
ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຣານ ເພີ່ມຂຶ້ນ
15/01/2023 09:32
(VOVWORLD) -ທ່ານຫົວໜ້າກົມທິດຕາເວັນຕົກເອີລົບ ໄດ້ສົ່ງຈົດໝາຍຄັດຄ້ານບັນດາການກະທຳເຊິ່ງ ລອນດອນ ກໍ່ໃຫ້ເກີດສຳລັບ “ຄວາມໝັ້ງຄົນຂອງປະເທດ ສ.ອິດສະລາມ ອີຣານ”.
ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຣານ ເພີ່ມຂຶ້ນ
ວັນທີ 14 ມັງກອນ, ກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ອັງກິດ Simon Shercliff ເພື່ອມອບຈົດໝາຍທາງການຄັດຄ້ານ “ການກະທຳແຊກແຊງຢ່າງຜິດກົດໝາຍ” ຂອງ ລອນດອນ ໃສ່ວຽກງານພາຍໃນຂອງ ເຕເຮຣານ. ຕາມແຈ້ງການເຊິ່ງໄດ້ລົງໃນເວັບໄຊຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານຫົວໜ້າກົມທິດຕາເວັນຕົກເອີລົບ ໄດ້ສົ່ງຈົດໝາຍຄັດຄ້ານບັນດາການກະທຳເຊິ່ງ ລອນດອນ ກໍ່ໃຫ້ເກີດສຳລັບ “ຄວາມໝັ້ງຄົນຂອງປະເທດ ສ.ອິດສະລາມ ອີຣານ”. ຝ່າຍ ອີຣານ ຍົກອອກຂໍ້ຕົກລົງຮຽກຕົວທ່ານເອກອັກຄະລັດຖະທູດ Simon Shercliff ມາພາຍຫຼັງເຫດສັງຫານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Alireza Akbari, ຜູ້ຖື 2 ສັນຊາດ ອີຣານ - ອັງກິດ, ຍ້ອນໂທດ “ເປັນນັກສືບລາຊະການລັບ  ໃຫ້ອົງການສືບລາຊະການລັບລາຊະນາຈັກ ອັງກິດ”. ທ່ານ Alireza Akbari ອາຍຸ 61 ປີ, ຖືກຈັບຕົວເມື່ອປີ 2019.
TAG
VOV/VOVworld/​ເວັບ​ໄຊ/​ຄັດ​ຄ້ານ/ສັງ​ຫານ