
ພາລະກອນຊິດຢາຂ້າຍຸງຢູ່ ສິງກະໂປ
(ພາບ: AFP/TTXVN)
(vovworld) – ຕອນຄຳ່ວັນທີ 2/9, ກະຊວງສາທາລະນະສຸກ (MOH) ແລະ ອົງການສິ່ງແວດລ້ອມແຫ່ງຊາດ (NEA) ສິງກະໂປ ໄດ້ອອກແຈ້ງການຮ່ວມຢັ້ງຢືນມີ 38 ກໍລະນີຕິດໄວຣັດ Zika ໃໝ່ຍ້ອນຖືກຕິດແປດທາງນຳ້, ຍົກຍອດຈຳນວນຜູ້ຕິດໄວຣັດ ນີ້ເພີ່ມຂຶ້ນ 189 ຄົນ. MOH ໃຫ້ຮູ້ວ່າ: ໃນຈຳນວນກໍລະນີຕິດເຊື້ອໃໝ່ດັ່ງກ່າວ, ມີ 34 ກໍລະນີກ່ຽວຂ້ອງເຖິງກຸ່ມເຂດ Aljunied/Sims Drive/Kallang/Paya Lebar, ໃນຂະນະນັ້ນ, 4 ກໍລະນີບໍ່ກ່ຽວຂ້ອງເຖິງບັນດາເຂດພວມຖືກແຜ່ລາມ. ເຂດ Aljunied ແມ່ນບ່ອນພົບເຫັນກໍລະນີທຳອິດຕິດໄວຣັດ Zika. ແຈ້ງການຮ່ວມໄດ້ເນັ້ນໜັກເລື່ອງຄວບຄຸມຍຸງ Aedes, ເຊິ່ງແມ່ນເປັນກາງແຜ່ໄວຣັດ ຍັງແມ່ນປັດໄຈຕົ້ນຕໍເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງໄວຣັດນີ້. ບັນດາອົງການລັດຖະບານກະຕຸກຊຸກຍູ້ປະຊາຊົນປະຕິບັດບັນດາມາດຕະການຄວບຄຸມຍຸງ, ຊອກຫາວິທີດັບສູນກໍ່ຄືສະກັດກັ້ນການແຜ່ພັນຂອງຍຸງໃນເຮືອນ.

ພາລະກອນຊິດຢາຂ້າຍຸງຢູ່ ສິງກະໂປ
(ພາບ: AFP/TTXVN)




