VOV WorldVOV World
ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ
09/08/2019 11:44
(VOVWORLD) - ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຫາກໍ່ແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 12 – 16 ສິງຫາ 2019, ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ.
ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ
 ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ ຕາມລາຍການທີ່ຄາດຄະເນແລ້ວ, ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍ 5 ສະບັບຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ; ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ); ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງສຳຮອງເພື່ອລະດົມພົນ; ກົດໝາຍວ່າດ້ວຍຫໍສະໝຸດ. ໄປຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮ່າງມະຕິອະທິບາຍບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ.
TAG
VOV/VOVworld/ຄະນະປະຈຳສະພາແຫ່ງຊາດ/ກົດ​ໝາຍ/ແຮງ​ງານ/ຫຼັກ​ຊັບ