ກອງປະຊຸມຂ່າວ “ ພິທີມອບລາງວັນໂຮ່ຈິມິນ ” ກ່ຽວກັບດ້ານວິທະຍາສາດປີ 2010
14/02/2012 12:17
ພິທີມອບລາງວັນໂຮ່ຈິມິນ ແລະ ລາງວັນລະດັບລັດກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີປີ 2010

( ພາບ: petrotimes.vn ) ( vovworld ) - ພິທີມອບລາງວັນໂຮ່ຈິມິນ ແລະ ລາງວັນລະດັບລັດກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີປີ 2010 ຈະຖືກຈັດຂື້ນໃນວັນທີ 18/2 ທີ່ຈະມາເຖິງຢູ່ ຮ່າໂນ້ຍ. ນີ້ແມ່ນການຮັບຮູ້, ເຊີດຊູ, ປຸກລະດົມຂອງລັດສຳລັບບັນດາການອຸທິດສ່ວນຂອງບັນດານັກວິທະຍາສາດ ຫວຽດນາມ ໃນບັນດາຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ວິທະຍາສາດເຕັກໂນໂລຊີ, ວິທະຍາສາດກະສິກຳ, ວິທະຍາສາດການແພດ - ການຢາ. ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 14/2 ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຮູ້ວ່າ, ໃນ 32 ກິດຈະກຳທີ່ໄດ້ຮັບການເລືອກເຟັ້ນໃນຄັ້ງນີ້ມີ 12 ກິດຈະກຳໄດ້ຮັບລາງວັນໂຮ່ຈິມິງ ແລະ ມີ 20 ກິດຈະກຳໄດ້ຮັບລາງວັນລະດັບລັດ. ສາດສະດາຈານ, ດອກເຕີ ວູມິງຢາງ, ຮອງປະທານສະພາລະດັບລັດພິຈາລະນາ ມອບລາງວັນ ໂຮ່ຈິມິນ ແລະ ລາງວັນລະດັບລັດກ່ຽວກັບວິທະຍາສາດເຕັກໂນໂລຊີໃຫ້ຮູ້ວ່າ.
TAG
ພິທີມອບລາງວັນ
Related
More





