VOV WorldVOV World
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານພິທີຕ້ອນຮັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ
22/04/2026 11:33
[VOVWORLD] - ນີິ້ແມ່ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງທຳອິດຂອງ ທ່ານປະທານາທິບໍດີ Lee Jae Myung, ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ບູລະນະກົງຈັກການນຳລັດສຳເລັດສົມບູນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານພິທີຕ້ອນຮັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ
260422_am_21_anh_2.jpg ທີ່​ພິ​ທີ​ຕ້ອນ​ຮັບ           ຕອນ​ບ່າຍ​ວັນ​ທີ 22 ເມ​ສາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ Lee Jae Myung, ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ.         ນີິ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ  ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung, ພາຍ​ຫຼັງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ບູ​ລະ​ນະ​ກົງ​ຈັກ​ການ​ນຳ​ລັດສຳເລັດ​ສົ​ມ​ບູນ​.         ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ໄດ້ດຳ​ເນີນ​ການ​ພົບ​ປ​ະ​ສົນ​ທະ​ນາ.
TAG
VOV/VOVWORLD/ຢ້ຽມ​ຢາມ/ລັ​ດ​ຖະ​ກິດ/​ທຳ​ອິດ

More