ກຸ່ມກຳປັ່ນສຳຫລວດໄຮ້ຢາງ 08 ຂອງຈີນ ໄດ້ອອກຈາກເຂດເສດຖະກິດຈຳເພາະແລະໄຫລ່ທະວີບທາງ ຕາເວັນອອກສ່ຽງໃຕ້ຂອງຫວຽດນາມ
08/08/2019 12:47
(VOVWORLD) -ທີ່ການຖະແຫລງຂ່າວນັດສາມັນ ດຳເນີນໃນຕອນບ່າຍວັນທີ 8 ສິງຫາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ວັນທີ 8 ສິງຫາ ກົງກັບວັນສະເຫລີມສະຫລອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ, ສຳນັກງານແຫ່ງໃຫມ່ຂອງ ຄະນະເລຂາອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ນຳເຂົ້າເຄື່ອນໄຫວ.

ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວຂ້ອງເຖິງ ບັນດາມາດຕະການ ຂອງຫວຽດນາມ ເພື່ອແນໃສ່ສະກັດກັ້ນ ສິນຄ້າຕ່າງປະເທດ ປອມແປງຍີ່ຫໍ້ສິນຄ້າຫວຽດນາມ ສົ່ງໄປຍັງປະເທດອື່ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ປ້ອງກັນທຸກການກະທຳສໍ້ໂກງການຄ້າ, ສໍ້ໂກງຕົ້ນກຳເນີດຢູ່ຕະຫລາດ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວຂາອອກຂາເຂົ້າ ເພື່ອແນໃສ່ປົກປ້ອງຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ແລະ ຜູ້ໃຊ້ສອຍຫວຽດນາມ.”
TAG
VOV/VOVworld/ຊອບທຳ/ກຳປັ່ນສຳຫລວດ
Related






