VOV WorldVOV World
ກູ​ບາ​ຢັ້ງຢ​ືນ​ການ​ພົວ​ພັນ​ສາ​ມັກ​ຄີ, ກາ​ນ​ຮ່ວມ​ມ​ື​ລະ​ຫວ່າງ​ສອງ ຊາດ ຫວຽດ​ນາມ - ກູບ​າ
03/09/2019 07:44
(VOVWORLD) -ວັນທີ 2 ກັນຍາ, ສື່ມວນຊົນຕ່າງໆເປັນທາງການຂອງກູບາໄດ້ເອົາລົງບັນດາສານອວຍພອນຂອງການນຳສູງສຸດຂອງພັກ ແລະ ລັດ ກູບາ ເຖິງການນຳທຸກຂັ້ນຂອງ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄັ້ງທີ 74.
ກູ​ບາ​ຢັ້ງຢ​ືນ​ການ​ພົວ​ພັນ​ສາ​ມັກ​ຄີ, ກາ​ນ​ຮ່ວມ​ມ​ື​ລະ​ຫວ່າງ​ສອງ ຊາດ ຫວຽດ​ນາມ - ກູບ​າ
        ໃນຄຳອວຍພອນທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Raul Castro ເລຂາທີໜຶ່ງຂອງພັກກອມມູນິດ ກູບາໄດ້ເນັ້ນໜັກຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ກູບາຈະສືບຕໍ່ຮັດແໜ້ນຄວາມສາມັກຄີຖານອ້າຍນ້ອງ ແລະການຮ່ວມມື, ເຊິ່ງ ແມ່ນບັນດາປັດໄຈທີ່ສ້າງຂຶ້ນການພົວພັນລະຫວ່າງສອງປະເທດ.         ໃນສານທີ່ໄດ້ສົ່ງໄປຍັງທ່ານ ຫງວຽນຝຸຈ້ອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Miguel Diaz – Canel ປະທານສະພາແຫ່ງຊາດ ແລະ ສະພາລັດຖະມົນຕີ ໄດ້ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສືບຕໍ່ເພີ່ມທະວີການພົວພັນອ້າຍນ້ອງ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດ, ສອງພັກ  ແລະ ສອງລັດຖະບານ.         ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາກໍ່ສົ່ງຄຳອວຍພອນໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ຢັ້ງຢືນວ່າຈະຕັດສິນໃຈປັບປຸງການຮ່ວມມື ແລະ ການພົວພັນລະຫວ່າງສອງກະຊວງ.
TAG
VOV/VOVworld/ຫວຽດ​ນາມ/ກູບ​າ