ທ່ານ Vladimir Yermakov ຫົວໜ້າກົມຄວບຄຸມບັນຫາບໍ່ເຜີຍແຜ່ ແລະ ຄວບຄຸມອາວຸດ ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ (ພາບ: REUTERS) |
ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ທ່ານນີ້ກໍ່ຖືວ່າ ປັດຈຸບັນຍັງບໍ່ແມ່ນຈຸດເວລາເໝາະສົມ ເພື່ອປຶກສາຫາລືກ່ຽວກັບມາດຕະການໂຕ້ຕອບທີ່ກ່ຽວຂ້ອງ, ຍ້ອນວ່າ ວໍຊິງຕັນ ຍັງບໍ່ທັນຖະແຫຼງຖອນຕົວອອກຈາກສົນທິສັນຍານີ້. ທ່ານ Yermakov ເນັ້ນໜັກວ່າ ມົດສະກູ ມີຄວາມເຊື່ອໝັ້ນຕໍ່ຄວາມສະຫຼາດສ່ອງໃສຂອງບັນດາຄູ່ຮ່ວມມືຕ່າງປະເທດ, ພ້ອມທັງຮຽກຮ້ອງໃຫ້ຮັກສາສົນທິສັນຍາດັ່ງກ່າວໄວ້ ຍ້ອນວ່າ ນີ້ແມ່ນ “ໜຶ່ງ ໃນຈຳນວນ ເສົາຄ້ຳທີ່ຍັງເຫຼືອໜ້ອຍຂອງໂຄງປະກອບຄວາມໝັ້ນຄົງ ຢູ່ ເອີລົບ”.








