ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນ ຈະໄປຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 1 – 3ພຶດສະພາ. ຕອນເຊົ້າວັນທີ 2 ພຶດສະພາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເປັນປະທານພິທີຕອນຮັບທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນຢ່າງເປັນທາງການ.
ທີ່ການພົບປະກັບສື່ມວນຊົນພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າສອງຝ່າຍໄດ້ລົງນາມເອກະສານສຳຄັນ 6 ສະບັບໃນບັນດາຂົງເຂດເຕັກໂນໂລຢີອາວະກາດ, ຂໍ້ມູນຂ່າວສານ - ສື່ມວນຊົນ, ຊົນລະປະທານ, ພັດທະນາພື້ນຖານໂຄງລ່າງຮັບມືກັບໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕກາກບອນ.
ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດວ້າງການຮ່ວມມືຢ່າງແທ້ຈິງກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການທູດ, ເພີ່ມທະວີການ່ຮວມມືໃນບັນດາຂົງເຂດຍົກສູງຄວາມສາມາດການໃນປະຕິບັດກົດໝາຍທາງທະເລ, ແກ້ໄຂຜົນຕາມມາຈາກສົງຄາມ, ຄວາມປອດໄພທາງໄຊເບີ, ປົກປັກຮັກສາສັນຕິພາບຂອງ ສປຊ, ຮັບມືກັບອາດຊະຍາກຳຂ້າມຊາດ…
ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ໃນນັ້ນມີຄວາມໝັ້ນຄົງເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ກະສິກຳ ແບບຍືນຍົງ, ນຳການລົງທຶນຂອງຍີ່ປຸ່ນເຂົ້າ ຫວຽດນາມ ບັນລຸລະດັບ 5 ຕື້USD/ປີ ໂດຍໄວ ແລະ ນຳວົງເງິນການຄ້າສອງຝ່າຍບັນລຸລະດັບ 60 ຕື້ USD ໃນປີ 2030. ສອງຝ່າຍຈະຊຸກຍູ້ການເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ, ເພີ່ມທະວີການຮ່ວມມືກ່ຽວກັບແຫຼ່ງທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA), ຊຸກຍູ້ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ພະລັງງານ ແລະ ສະບຽງອາຫານ.
ສ່ວນທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນ ຢັ້ງຢືນວ່າການເພີ່ມທະວີການຮ່ວມມືກັບ ຫວຽດນາມ ມີຄວາມໝາຍສຳຄັນທີ່ສຸດສຳລັບການປະຕິບັດຂໍ້ລິເລີ່ມ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ (FOIP)ໃຫ້ປະກົດຜົນເປັນຈິງ, ທ່ານນາງ ເຫັນດີເປັນເອກະພາບຕໍ່ການຊຸກຍູ້ການຮ່ວມມືເພື່ອແນໃສ່ພ້ອມກັນສ້າງຍີ່ປຸ່ນ, ຫວຽດນາມ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ.





