ຕອນ​ເຊົ້າ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະເທດ ໂຕ​ເລິມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາງ Takaichi Sanae ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 3 ພຶດ​ສະ​ພາ.

ນະ​ທີ່​ນີ້, ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢັ້ງ​ຢືນ​ວ່າ ຍີ່​ປຸ່ນ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ມະ​ຫາ​ສະ​ໝຸດ​ອິນ​ເດຍ ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ; ຍີ່​ປຸ່ນ​ສະ​ໜັບ​ສະ​ໜູນ ແລະ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູ​ນ​ຊ່ວຍ ຫວຽດ​ນາມ​ປະ​ຕິ​ບັດ​ບັນ​ດາ​ເປົ້​າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ; ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ຍີ່​ປຸ່ນ​ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ທຳ​ອິດ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ POWERR ASIA ຜ່ານ​ການ​ໜູນ​ຊ່ວຍ​ສັ່ງ​ຊື້​ນ້ຳ​ມັນ​ດິບ​ໃຫ້​ແກ່​ໂຮງ​ງານ​ກັນ​ຕອງ​ນ້ຳ​ມັນ ງີ​ເຊີນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ຍີ່​ປຸ່ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ສຳ​ຄັນ​ແຖວ​ໜ້າ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ຖຽນ​ລະ​ພາບ​ຍາວ​ນານ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຍົກ​ອອກ 6 ການ​ກຳ​ນົດ​ທິດ​ໃຫຍ່​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍຸດ​ທ​ະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ລະ​ຫວ່າງ​ຊ່ອງ​ທາງ​ພັກ, ລັດ​ຖະ​ບານ ແລະ ຂັ້ນ​ທ້ອງ​ຖິ່ນ, ປັບ​ປຸງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ພະ​ລັງ​ງານ ແລະ ສະ​ບຽງ​ອາ​ຫານ…