ຫວຽດນາມ ພວມຖືວິທີການສຳຜັດກັບການພັດທະນາຕົວເມືອງ, ຫັນປ່ຽນຈິນຕະນາການຄຸ້ມຄອງຕາມເຂດບໍລິຫານໄປຍັງການຈັດຕັ້ງຕາມພາລະບົດບາດ ແລະ ເຄືອຂ່າຍເຊື່ອມຕໍ່, ເພື່ອແນໃສ່ສ້າງລະບົບຕົວເມືອງຫຼາຍໃຈກາງ, ຫຼາຍຂົ້ວ. ຕາມສະຖາບັນວາງແຜນກຳນົດຕົວເມືອງ ແລະ ຊົນນະບົດແຫ່ງຊາດ ກະຊວງກໍ່ສ້າງ ຫົວໜ່ວຍໃຫ້ຄຳປຶກສາ ແລ້ວ, ການປັບປຸງການວາງແຜນກຳນົດບໍ່ພຽງແຕ່ມີລັກສະນະດ້ານເຕັກນິກເທົ່ານັ້ນ, ຫາກຍັງແມ່ນບາດກ້າວກຳນົດໂຄງປະກອບພັດທະນາຄືນໃໝ່, ຮັບປະກັນລັກສະນະຄົບຊຸດກັບການວາງແຜນກຳນົດສັງລວມແຫ່ງຊາດ ແລະ ບັນດາການກຳນົດເຂດ. ຈຸດສຸມຂອງການປັບປຸງຄັ້ງນີ້ແມ່ນການຫັນປ່ຽນຈາກຮູບແບບພັດທະນາ “ໜຶ່ງທ້ອງຖິ່ນ ໜຶ່ງຕົວເມືອງ” ໄປຍັງເຄືອຂ່າຍຕົວເມືອງມີການເຊື່ອມຕໍ່, ໃນນັ້ນບັນດາຂົ້ວເຕີບໂຕ, ແລວເສດຖະກິດ ແລະ ເຂດກຳລັງໜູນສວມບົດບາດນຳພາ.





