ວັນ​ທີ 1 ພຶດ​ສະ​ພາ, ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ສະ​ເໜີ ​ໃຫ້​ຮູ້ ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ສຳ​ລັບ ເລື່ອງ ອາ​ເມ​ລິ​ກາ ກຳ​ນົດ ຫວຽດ​ນາມ ແມ່ນ​ປະ​ເທດ​ຕ່າງ​ປະ​ເທດບຸ​ລິ​ມະ​ສິດ ໃນ​ບົດ​ລາຍ​ງານ​ຕີ​ລາ​ຄາ​ປະ​ຈຳ​ປີ​ກ່ຽວ​ກັບ​ສະ​ພາບ​ການ​ອາ​ລັກ​ຂາ ແລະ ປະ​ຕິ​ບັດ​ຊັ​ບ​ສິນ​ທາງ​ປັນ​ຍາ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ:

ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ປົກ​ປ້ອງຊັບ​ສິນ​ທາງ​ປັນ​ຍາ, ທັງ​ສ້າງ​ລະ​ບົບ​ຂໍ້​ກຳ​ນົດ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ສຳ​ລັບ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ ໂລກ (WIPO), ອາ​ເມ​ລິ​ກາ ແລະ ຫຼາຍ​ປະ​ເທດ​ອື່ນ, ຢຶດ​ໝັ້ນ​ຕ້ານ, ແກ້​ໄຂ​ບັນ​ດາ​ການ​ລະ​ເມີດຊັບ​ສິນ​ທາງ​ປັນ​ຍາ ຢ່າງ​ເຂັ້ມ​ງວດ.

ນີ້​ທັງ​ແມ່ນ​ບຸ​ລິ​ມະ​ສິດ​ສູງ, ທັງ​ແມ່ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ລຸ​ລ່ວງ​ຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ໂປ່ງ​ໃສ ແລະ ຫັ​ນ​ປ່ຽນ​ງ​ຮູບ​ແບບ​ການ​ເຕີບ​ໂຕ​ຖື​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ເປັນ​ກຳ​ລັງ​ໜູນຫຼັກ. ຫວຽດ​ນາມ ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ມີ​ການ​ຕີ​ລາ​ຄາ​ຢ່າງ​ມີ​ພາ​ວະ​ວິ​ໄສ, ດຸ່ນ​ດ່ຽງ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ໝາກ​ຜົນ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ອະ​ລັກ​ຂາ​ຊັບ​ສິນ​ທາງ​ປັນ​ຍາ.