ລົດບັນທຸກໄປຍັງທ່າກ່ຳປັ່ນ Dover ຂຶ້ນກັບອັງກິດເພື່ອອອກຊ່ອງແຄບ Dover ໃນວັນທີ 1 ກຸມພາ 2020 (ພາບ: TTXVN) |
ດ້ວຍບັດສະໜັບສະໜູນ 579 ບັດ ແລະ ບັດຄ້ານ 24 ບັດ, EP ໄດ້ຮັບຮອງເອົາບັນດາເນື້ອໃນພື້ນຖານຂອງ ເອກະສານມອບສິດ ເຈລະຈາ. ລາຍລະອຽດຂອງ ເອກະສານນີ້ຈະໄດ້ຮັບການປະຕິບັດຈາກ ຄະນະກຳມະການເອີລົບ (EC) ໃຫ້ສຳເລັດກ່ອນທີ່ການເຈລະຈາດ້ານການຄ້າກັບອັງກິດເລີ່ມແຕ່ເດືອນມີນາຈະມາເຖິງ. ບັນດາການເຈລະຈາ ຈະກຳນົດຮູບແບບການພົວພັນໃນອະນາຄົດ ລະຫວ່າງ EU ແລະ ອັງກິດ ໃນສະໄໝຫຼັງ Brexit.







