ລັດເຊຍ ກຽມອອກໃບອະນຸຍາດໃຫ້ວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 (ພາບ: THX/TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະບານທີ່ໄດ້ອອກອາກາດຜ່ານຊ່ອງໂທລະບາບ, ທ່ານນາງ Golikova ໄດ້ລາຍງານກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ວ່າ ບັນດາການທົດລອງໃນເບື້ອງຕົ້ນຂອງວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 ໂດຍສະຖາບັນຄົ້ນຄວ້າໄວຣັດວິທະຍາ Vector ຢູ່ Siberia ຜັນຂະຫຍາຍ, ຈະສຳເລັດໃນທ້າຍເດືອນ ກັນຍາ ນີ້.

ທ່ານນາງຮອງນາຍົກລັດຖະມົນຕີ ລັດເຊຍ ຍັງຢັ້ງຢືນວ່າ “ມາຮອດມື້ນີ້, ຍັງບໍ່ທັນມີອາການຜິດປົກກະຕິ ສຳລັບຜູ້ທີ່ໄດ້ສັກຢາວັກຊິນດັ່ງກ່າວ ໃນໄລຍະທົດລອງຄັ້ງທີ 1 ແລະ ທີ 2”.