
ການນຳ ລັດເຊຍ ແລະ ຕວກກີ ພົບປະກ່ອນທີ່ດຳເນີນກອງປະຊຸມ ຈີ20
(vovworld) – ຕອນຄຳ່ວັນທີ 3/9, ພາຍຫຼັງໄປຮອດ ຮາງເຈົາ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (ຈີ 20), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການເຈລະຈາກັບຄູ່ຕຳແໜ່ງ ຕວກກີ Tayyip Erdogan. ທີ່ການພົບປະ, ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນ ອາກາຣາ ຈະສ້າງສະພາບການພາຍໃນປະເທດເປັນປົກກະຕິ, ຈາກນັ້ນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ລັດເຊຍ ແລະ ຕວກກີ. ຕາມທ່ານປະທານາທິບໍດີ Putin ແລ້ວ, ບັນດາສັນຍາກ່ຽວກັບການສ້າງການພົວພັນດ້ານການເມືອງເປັນປົກກະຕິຢູ່ຕວກກີ ແມ່ນເປັນໜ້າຊື່ນຊົມ. ທ່ານຢັ້ງຢືນຢ່າງແນ່ວແນ່ວ່າ ອານກາຣາ ໄດ້ ແລະ ພວມບັນລຸໄດ້ຄວາມຄືບໜ້າ ແລະ ຈະປະຕິບັດສຳເລັດວຽກງານສ້າງການພົວພັນພາຍໃນປະເທດເປັນປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ລັດເຊຍ ກໍຢັ້ງຢືນວ່າ ເລື່ອງສ້າງຕັ້ງການພົວພັນ 2 ຝ່າຍ ຍັງມີຫຼາຍວຽກງານທີ່ຈະຕ້ອງເຮັດຢູ່.

ການນຳ ລັດເຊຍ ແລະ ຕວກກີ ພົບປະກ່ອນທີ່ດຳເນີນກອງປະຊຸມ ຈີ20




