VOV WorldVOV World
ລັດເຊຍກ່າວເຕືອນຜົນສະທ້ອນຂອງເລື່ອງອາເມລິກາ ຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ
26/12/2019 07:52
(VOVWORLD) -ອາເມລິກາ ອາດຈະຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ, ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.
ລັດເຊຍກ່າວເຕືອນຜົນສະທ້ອນຂອງເລື່ອງອາເມລິກາ ຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ
ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko ຖະແຫຼງວ່າ, ອາເມລິກາ ອາດຈະຖອນຕົວອອກຈາກສົນທິສັນຍານ່ານຟ້າເປີດ, ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.           ໃນວັນທີ 25 ທັນວາ, ກ່າວຄຳເຫັນຕໍ່ນັກຂ່າວໜັງສືພິມ Kommersant ຂອງລັດເຊຍ ກ່ຽວກັບປະຕິກິລິຍາໃນກໍລະນີອາເມລິກາ ຖອນຕົວອອກຈາກສົນທິສັນຍາ ນ່ານຟ້າເປີດ, ທ່ານຮອງລັດຖະມົນຕີການຕ່າງປະເທດ Grushko ຊີ້ແຈ້ງວ່າ, ລັດເຊຍ ຈະຍົກອອກຄຳຕັດສິນໂດຍອີງໃສ່ຜົນປະໂຫຍດແຫ່ງຊາດ. ບໍ່ວ່າຈະເປັນຄືແນວໃດ, ນີ້ຈະແມ່ນການໂມ່ງບາດຄ້ອນຢ່າງແຮງໃສ່ຄວາມໝັ້ນຄົງເອີລົບ.           ທ່ານຮອງລັດຖະມົນຕີການຕ່າງປະເທດ Grushko ກໍ່ໃຫ້ຮູ້ວ່າ, ອາເມລິກາ ຍັງບໍ່ທັນແຈ້ງໃຫ້ລັດເຊຍ ຮັບຊາບກ່ຽວກັບຂໍ້ຕົກລົງຖອນຕົວອອກຈາກສົນທິສັນຍາດັ່ງກ່າວເທື່ອ.
TAG
VOV/VOVworld/​​ນ່ານ​ຟ້າ​ເປີດ