ວັນບຸນວິສາຂະບູຊາໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍ, ກະທັດລັດ ແຕ່ຍັງຖືວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແມ່ນບຸລິມະສິດແຖວໜ້າ (ພາບ: TTXVN)

ເນື່ອງໃນໂອກາດນີ້, ປະທານສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົ່ງສານຕັກເຕື່ອນພໍ່ແມ່ປະຊາຊົນຊາວພຸດ ກ່ຽວກັບງານບຸນວິສາຂະບູຊາທີ່ພິເສດໃນຮອບປະຫວັດສາດຂອງພຸດທະສາສະໜາຫວຽດນາມກວ່າ 2.000 ປີ - ງານບຸນວິສາຂະບູຊາໃນໄລຍະເກີດໂລກລະບາດ ໂຄວິດ - 19.

ໃນງານບຸນວິສາຂະບູຊາປີນີ້ ຍັງມີແຜ່ນປ້າຍ, ຄໍາຂວັນ ແລະ ດໍາເນີນພິທີສົງພະດ້ວຍຄວາມເຄັ່ງຂຶມຕາມປະເພນີ, ຕອບສະໜອງຄວາມເຊື່ອຖືສັດທາເຫຼື້ອມໃສ ເຊິ່ງພໍ່ແມ່ປະຊາຊົນຊາວພຸດທຸກຄົນ ຕ່າງກໍມີຄວາມລໍຄອຍໃນທຸກໆປີໃນໂອກາດສະເຫຼີມສະຫຼອງວັນປະສູດພະພຸດທະເຈົ້າ ແຕ່ບໍ່ໄດ້ຈັດພິທີແຫ່ຮູບປັ້ນພະພຸດທະເຈົ້າ ເພື່ອຮັບປະກັນຄວາມຮຽກຮ້ອງໃຫ້ປະຕິບັດການແຍກຫ່າງໃນສັງຄົມ. ສັບປະດາ ວິສາຂະບູຊາ ບໍ່ພຽງແຕ່ແມ່ນໂອກາດເພື່ອສະເຫຼີມສະຫຼອງວັນປະສູດຂອງພະພຸດທະເຈົ້າເທົ່ານັ້ນ ຫາກຍັງແມ່ນສັບປະດາອະທິຖານພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ຂໍໃຫ້ໂລກະລາດສິ້ນສຸດລົງໂດຍໄວ, ອະທິຖານຂໍໃຫ້ປະຊາຊົນມີພະລັງ, ມີຄວາມເຊື່ອໝັ້ນ ເພື່ອຟື້ນຟູການອອກແຮງງານ, ທໍາການຜະລິດ ສ້າງຊີວິດໃຫ້ເປັນປົກກະຕິ.