ພິທີໄຂງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ນ້ຳໃຈປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ອະມະຕະ” (ພາບ: thanhuytphcm.vn) |
ນີ້ແມ່ນງານວາງສະແດງເພື່ອສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2020) ແລະ ວັນຊາດທີ 2 ກັນຍາ. ງານວາງສະແດງໄດ້ວາງສະແດງພາບຖ່າຍ 100 ແຜ່ນ ເຊິ່ງໄດ້ແນະນຳລວມກ່ຽວກັບປະຫວັດສາດ ແລະ ບັນດາຂະບວນການຕໍ່ສູ້ປະຕິວັດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ດຳເນີນຢ່າງລຽນຕິດນັບແຕ່ພາຍຫຼັງວັນສ້າງຕັ້ງພັກກອມມູນິດຫວຽດນາມ ໃນປີ 1930 ດ້ວຍຍອດສູງແມ່ນການລຸກຮືຂຶ້ນຂະໜາດໃຫຍ່ການປະຕິວັດເດືອນສິງຫາ ປີ 1945 ແລະ ສະຖາປະນາປະເທດຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ໃນວັນທີ 2 ກັນຍາ.
ໃນຂະນະນັ້ນ, ຢູ່ຖະໜົນ ດົງເຂີຍ (ເມືອງ 1) ນະຄອນໂຮ່ຈີມິນ ກໍໄດ້ດຳເນີນງານວາງສະແດງພາຍຖ່າຍ 50 ແຜ່ນ ດ້ວຍຫົວຂໍ້ “ປະເທດຊາດຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ” ແລະ ພາບຖ່າຍ 70 ແຜ່ນ ດ້ວຍຫົວຂໍ້ “ນະຄອນໂຮ່ຈີມິນ ພ້ອມກັບປະເທດຊາດມຸ່ງໄປສູ່ ອະນາຄົດ”.








