VOV WorldVOV World
ງານບຸນ Carnaval ຫ້າລອງ 2012 ດຳເນີນໄປຢ່າງຟົດຟື້ນ
02/05/2012 08:27
ດ້ວຍ​ຫົວ​ເລື່ອງ​ວ່າ “ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”, ງານບຸນ Carnaval ຫ້າ​ລອງ 2012 ​ໄດ້ສະ​ແດງ​ໃຫ້​ເຫັນສີສັນ​ວັດທະນະທຳ ຂອງ 24 ຊົນ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດຢູ່​ແຂ​ວງ ກວ໋າງ​ນີງ
ງານບຸນ Carnaval ຫ້າລອງ 2012 ດຳເນີນໄປຢ່າງຟົດຟື້ນ
  ລາຍການສະແດງຈຸດວັດທະນະທຳຊົນເຜົ່າຢູ່ ແຂວງກວ໋າງນີງ ພາບ:quangninh.gov.vn (vovworld) -  ​ງານບຸນ Carnaval ຫ້າ​ລອງ 2012 ຖືກຈັດ​ຂຶ້ນ​ໃນ​ຕອນຄ່ຳ​ວັນ​ທີ 1/5 ຢູ່ນະຄອນ​ຫ້າ​ລອງ ​ແຂວງ​ກວ໋າງ​ນີງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ນັກສະ​ແດງ, ນັກສິລະ​ປິ​ນ ​ຂອງ​ບັນດາ​ຄະນະ​ສິລະ​ປະກອນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເກືອ​ບ 4000 ຄົນ. ດ້ວຍ​ຫົວ​ເລື່ອງ​ວ່າ “ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”,  ງານບຸນ Carnaval ຫ້າ​ລອງ 2012 ​ໄດ້ສະ​ແດງ​ໃຫ້​ເຫັນສີສັນ​ວັດທະນະທຳ ຂອງ 24 ຊົນ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດຢູ່​ແຂ​ວງ ກວ໋າງ​ນີງ ​ແລະ ພ້ອມ​ກັບ​ລາຍການ​ຟ້ອນ, ລຳທຳເພງຍຸກປະຈຸບັນ​ໂດຍ​ປະຊາຊົນ​ແຂວງ   ກວ໋າງ​ນີງ ສະ​ແດງ. ງານບຸນ Carnaval ຄັ້ງ​ນີ້ ​ຖືກສະແດງຢູ່ຕາມຖະຫນົນ, ບົນ​ເວທີ​ສະ​ແດງ ​ແລະ ບົນຫນ້າ​ນ້ຳ. ນັກ​ສິລະ​ປິນ Le Tien Tho, ຜູ້​ກຳກັບ​ການສະ​ແດງ​ໃຫ້​ຮູ້​ວ່າ:        
TAG
Carnaval