ສະພາບການໂລກລະບາດຢູ່ພາກພື້ນ ອາເມລິກາ ລາຕິນ ແມ່ນມີການຜັນແປຢ່າງສັບສົນ ຂະນະທີປະເທດ ເມັກຊີໂກ ເປັນຄັ້ງທຳອິດໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຫຼາຍກວ່າ 9.500 ກໍລະນີ ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ 784 ກໍລະນີ ຖືກເສຍຊີວິດ. ໃນຂະນະນັ້ນ, ສະພາບການໂລກລະບາດຢູ່ ບຣາຊີນ ສືບສືບຕໍ່ຊົ່ວຮ້າຍໄປ ຂະນະທີ່ກະຊວງສາທາລະນະສຸກຂອງປະເທດນີ້ ໃຫ້ຮູ້ວ່າ ໄດ້ມີຫຼາຍກວ່າ 1.000 ກໍລະນີເສຍຊີວິດພາຍໃນ 24 ຊົ່ວໂມງທີ່ຜ່ານມາ. ບຣາຊີນ ຢືນອັນດັບທີ 2 ຖັດຈາກ ອາເມລິກາ ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19.
ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 500.000 ຄົນ, ອາຟະລິກາ ໃຕ້ ຢືນອັນດັບທີ 5 ໃນໂລກ ແລະ ຢືນອັນດັບໜຶ່ງໃນທະວີບ ອາຟະລິກາ ກ່ຽວກັບລະດັບຜົນສະທ້ອນຈາກໂລກລະບາດ.







