ໃນບົດລາຍງານຕະຫຼາດນ້ຳມັນເຊື້ອໄຟປະຈຳເດືອນຫາກໍ່ປະກາດ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ຄາດວ່າ ຄວາມຕ້ອງການນ້ຳມັນເຊື້ອໄຟຂອງໂລກ ໃນປີ 2026 ເພີ່ມຂຶ້ນຕື່ມ 1,17 ລ້ານຖັງ/ວັນ, ຫຼຸດລົງແຕ່ລະດັບເພີ່ມຂຶ້ນ ທີ່ໄດ້ຍົກອອກມາໃນເດືອນເມສາ ແມ່ນ1,38 ລ້ານຖັງ/ວັນ. OPEC ໃຫ້ຂໍ້ສັງເກດວ່າຄວາມຕ້ອງການນ້ຳມັນເຊື້ອໄຟຂອງໂລກຍັງຮັກສາຢູ່ລະດັບເປັນປົກກະຕິ, ແຕ່ແງ່ຫັວງຊົມໃຊ້ພວມຖືກກົດດັ່ນຈາກເລື່ອງລາຄາເພີ່ມຂຶ້ນສູງຍ້ອນຜົນກະທົບຈາກການປິດປະຕູຊ່ອງແຄບທະເລ Hormuz, ເຊິ່ງແມ່ນເສັ້ນທາງຂົນສົ່ງນ້ຳມັນສຳຄັນທີ່ສຸດຂອງໂລກ. ຕໍ່ກັບຄາດຄະເນຂອງ OPEC, ອົງການພະລັງງານສາກົນ (IEA) ກ່າວເຕືອນວ່າ ຕະຫຼາດນ້ຳມັນເຊື້ອໄຟທົ່ວໂລກພວມກ້າວເຂົ້າສູ່ໄລຍະຂາດເຂີນແຫຼ່ງສະໜອງຢ່າງຮ້າຍແຮງຍ້ອນຜົນກະທົບຂອງການປິດປະຕູຊ່ອງແຄມທະເລ Hormuz. IEA ໃຫ້ຮູ້ວ່າ ປະລິມານນ້ຳມັນສຳຮອງທົ່ວໂລກພວມຫຼຸດລົງດ້ວຍລະດັບຄວາມໄວສະຖິຕິ, ຂຶ້ນເຖິງປະມານ 250 ລ້ານຖັງ/ວັນພຽງແຕ່ໃນ ເດືອນມີນາ ແລະ ເມສາຜ່ານມາ. ມີຫຼາຍປະເທດຕ້ອງນ້ຳໃຊ້ນ້ຳມັນ ຈາກສາງສຳຮອງຍຸດທະສາດເພື່ອຮັກສາຕະຫຼາດໃຫ້ເປັນປົກກະຕິ.





