ໂປໂລຍຖະແຫຼງເປັນເຈົ້າພາບຈັດ “ກອງປະຊຸມທົ່ວໂລກ” ກ່ຽວກັບການສ້າງ ຢູແກຼນ ຄືນໃໝ່
04/02/2026 09:07
(VOVWORLD) - ວັນທີ 03 ກຸມພາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໄດ້ຖະແຫຼງວ່າ ປະເທດນີ້ຈະເປັນເຈົ້າພາບຈັດກອງປະຊຸມທົ່ວໂລກກ່ຽວກັບການສ້າງ ຢູແກຼນ ຄືນໃໝ່ໃນເດືອນມິຖຸນາ ຈະມາເຖິງຢູ່ນະຄອນ Gdansk ເພື່ອແນໃສ່ເປີດກວ້າງການຮ່ວມມືສາກົນ ແລະ ການໜູນຊ່ວຍ ຢູແກຼນ ພາຍຫຼັງການປະທະກັນ.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ Donald Tusk ໃຫ້ຮູ້ວ່າ ຄາດວ່າ ຈະເຕົ້າໂຮມຜູ້ແທນນັບຮ້ອຍຄົນຈາກຫຼາຍແຫ່ງໃນໂລກເຂົ້າຮ່ວມ, ລວມມີບັນດາການນຳການເມືອງ, ນັກຊ່ຽວຊານເສດຖະກິດ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກບັນດາກຸ່ມບໍລິສັດໃຫຍ່. ເນື້ອໃນຕົ້ນຕໍຂອງກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາຟື້ນຟູພາຍຫຼັງການປະທະກັນ, ລວມມີການຕີລາຄາຜົນເສຍຫາຍດ້ານພື້ນຖານໂຄງລ່າງ, ສ້າງແຜນການລົງທຶນເຂົ້າໃນບັນດາຂົງເຂດແກ່ນສານ, ເຊັ່ນ: ພະລັງງານ, ຄົມມະນາຄົມ ແລະ ກະສິກຳ, ກໍຄືບັນດາມາດຕະການປົກປັກຮັກສາຄວາມໝັ້ນຄົງໃນຍາວນານ. ກ່ອນເວລາດຳເນີນກອງປະຊຸມ, ຄາດວ່າ ທ່ານນາຍົກລັດຖະມົນຕີ ໂປໂລຍ ຈະມີການຢ້ຽມຢາມ Kiev ເພື່ອແນໃສ່ປຶກສາຫາລືລາຍລະອຽດກັບຝ່າຍ ຢູແກຼນ, ລວມມີວາລະການເຄື່ອນໄຫວ, ຫົວຂໍ້ ແລະ ບັນຊີລາຍຊື່ແຂກຖືກເຊີນເຂົ້າຮ່ວມກອງປະຊຸມ.
TAG
VOV/VOVworld/ການສ້າງ ຢູແກຼນ ຄືນໃໝ່/ກອງປະຊຸມທົ່ວໂລກ/ໂປໂລຍ
Related
More





