ຮາກຖານຄຸດຄົ້ນນ້ຳມັນແຫ່ງໜຶ່ງຢູ່ ອາຣັບບິ ຊາອຸດິ (ພາບ: AFP/TTXVN) |
ການກະທຳນີ້ໄດ້ຍົກອອກມາເພື່ອແນໃສ່ເຮັດໃຫ້ລາຄານ້ຳມັນເປັນປົກກະຕິໃນສະພາບການໂລກລະບາດ Covid – 19 ທີ່ພວມແຜ່ລະບາດນຢູ່ທົ່ວທຸກແຫ່ງໃນໂລກ.OPEC ພ້ອມກັບບັນດາປະເທດຄູ່ຮ່ວມມື ເຊິ່ງຍັງເອີ້ນວ່າ OPEC+ ໄດ້ເຫັນດີເປັນເອກະພາບຫຼຸດຜ່ອນນ້ຳມັນລົງ 9,7 ລ້ານຖັງ/ວັນ ໃນເວລາ 2 ເດືອນຈະມາເຖິງ (ນັບແຕ່ເດືອນພຶດສະພາ - ມິຖຸນາ 2020). OPEC+ ຍັງສະແດງຄວາມປາດຖະໜາຢາກໃຫ້ບັນດາຜູ້ຜະລິດນອກຈາກສະມາຊິກໃນກຸ່ມຄື ອາເມລິກາ, ການາດາ, ບຣາຊິນ ແລະ ນ໋ອກແວ ຈະຫຼຸດຜ່ອນຕໍ່ວັນລົງຕື່ມອີກ 5%, ເທົ່າກັບປະມານ 5 ລ້ານຖັງ/ວັນ.




