(ພາບ: VOV)
ພາຍຫຼັງດຶງດູດການລົງທຶນຈາກຕ່າງປະເທດມາເປັນເວລາເກືອບ 40 ປີພາກສ່ວນວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ. ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຄວາມຮຽກຮ້ອງຕ້ອງການທີ່ວາງອອກບໍ່ພຽງແຕ່ແມ່ນການດຶງດູດທຶນຕື່ມອີກ ເທົ່ານັ້ນ ຫາກຍັງຕ້ອງຍົກສູງຄຸນນະພາບ, ປະສິດທິຜົນ ແລະ ມູນຄ່າເພີ່ມຂອງແຫຼ່ງທຶນນີ້ອີກດ້ວຍ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ມາຍຊວັນແທັ່ງ, ຫົວໜ້າກົມພາສີ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າ ໂປ່ງໃສ ແມ່ນຄວາມຮຽກຮ້ອງຕ້ອງການບໍ່ພຽງແຕ່ຈາກວິສາຫະກິດເທົ່ານັ້ນ ຫາກຈາກອົງການຄຸ້ມຄອງພາສີອາກອນອີກດ້ວຍ. ອົງການພາສີອາກອນ ປາດຖະໜາວ່າບັນດາວິສາຫະກິດ ຕ້ອງເປັນເຈົ້າການບໍລິຫານເຄົາລົບ, ຮັບປະກັນສຳເນົາເອກະສານ, ຂໍ້ມູນສ່ອງແສງທາດແທ້ການທຸລະກຳຢ່າງແທ້ຈິງ. ສ່ວນອົງການພາສີອາກອນ, ຖ້າຫາກຮຽກຮ້ອງວິສາຫະກິດສະໜອງຂໍ້ມູນຄົບຖ້ວນ, ຊັດເຈນນັ້ນ, ນະໂຍບາຍ, ລະບຽບການຄຸ້ມຄອງກໍ່ຕ້ອງໄດ້ຮັບການເປີດເຜີຍ, ແນະນຳຢ່າງຈະແຈ້ງ. ໃນວິທີການເຄື່ອນໄຫວ, ພວກຂ້າພະເຈົ້າໄດ້ຫັນຈາກການ “ກວດກາ, ແກ້ໄຂ” ສູ່ການ “ຕິດຕາມ, ໜູນຊ່ວຍ, ແຈ້ງເຕືອນ””.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ໄດ້ສຸມໃສ່ປຶກສາ ກ່ຽວກັບນະໂຍບາຍພາສີອາກອນໃນສະພາບການພາສີໜ້ອຍສຸດ ທົ່ວໂລກ, ຄຸ້ມຄອງຄວາມສ່ຽງໂດຍອີງໃສ່ຂໍ້ມູນ ແລະ ບັນດາທຸລະກຳຂ້າມຊາຍແດນ...





